• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ລົງ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ ກອງ​ພົນ​ປ້ອງ​ກັນ​ອາ​ກາດ ​ຮ່າ​ໂນ້ຍ

ເນື່ອງໃນໂອກາດ ບຸນເຕັດປະຈຳຊາດ, ວັນທີ 8 ກຸມພາ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ກວດກາວຽກງານປະຈຳການ, ກຽມພ້ອມການສູ້ຮົບ ແລະ ອວຍພອນບຸນເຕັດໃຫ້ແກ່ ພະນັກງານ, ນັກຮົບຂອງ ກອງພົນ 361, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: VGP)

ຕາງໜ້າການນຳ ພັກ, ລັດ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢຶ້ຢາມຖາມຂ່າວ, ຄຳອວຍພອນປີໃໝ່ໄປຍັງບັນດາ ພະນັກງານ, ນັກຮົບ, ກົມກອງທະຫານ ພວມປະຈຳການສູ້ຮົບ ຢູ່ເຂດຫ່າງໄກ່ສອກຫຼີກ, ເຂດທະເລໝູ່ເກາະ, ປ້ອມທະຫານປ້ອງກັນຊາຍແດນໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ຈະຮຽກຮ້ອງໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ, ໃນນັ້ນ ມີໜ້າທີ່ຄຸ້ມຄອງ, ປົກປັກຮັກສາເຂດນ່ານຟ້າຂອງ ນັບມື້ນັບສູງ ແລະ ຮອບດ້ານກ່ວາ. ທ່ານ ນາຍົກລັດຖະມົນຕີ ສະເໜີວ່າ ທົ່ວກອງທັບເວົ້າລວມ, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ, ກອງພົນ361 ເວົ້າສະເພາະ ສຸມໃສ່ປະຕິບັດວຽກງານປະຈຳການ, ກຽມພ້ອມການສູ້ຮົບ, ປົກປັກຮັກສາເຂດຊາຍແດນ, ເຂດນ່ານຟ້າ, ທະເລໝູ່ເກາະ ຂອງປະເທດຊາດ ໃຫ້ເປັນຢ່າງດີ.

ແລະກໍ່ໃນວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມກັບຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢູ່ສູນປິ່ນປົວບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະ ທ້ວນແທັງ (ຕາແສງ ນິງຊ໊າ, ເມືອງ ທ້ວນແທັງ, ແຂວງ ບັກນິງ).

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top