• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີແມ່ນຍັງໃຫຍ່ຫຼວງທີ່ສຸດ, ທ່ານສະເໜີສືບຕໍ່ຜັນຂະຫຍາຍໂຄງການກະທຳປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Penny Wong ລັດຖະມົນຕີການຕ່າງປະເທດ ອົດສະຕາລີ

ຕອນບ່າຍວັນທີ 20 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Penny Wong ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ເນື່ອງໃນໂອກາດທ່ານລັດຖະມົນຕີ ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ອົດສະຕາລີຄັ້ງທີ 7.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີແມ່ນຍັງໃຫຍ່ຫຼວງທີ່ສຸດ, ທ່ານສະເໜີສືບຕໍ່ຜັນຂະຫຍາຍໂຄງການກະທຳປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ຈັດກົນໄກໂອ້ລົມສົນທະນາປະຈຳໄລຍະ, ປຶກສາຫາລືເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ພ້ອມກັນນັ້ນ, ສອງຝ່າຍກໍ່ຕ້ອງຕັ້ງໜ້າແລກປ່ຽນມາດຕະການຊຸກຍູ້ວົງເງິນການຄ້າສອງສົ້ນການເຕີບໂຕສູງກ່ວາ, ບັນລຸໄດ້ເປົ້າໝາຍ 20 ຕື້ USD ໂດຍໄວ, ພິເສດດ້ວຍວິທີການເປີດປະຕູ ແລະ ສ້າງຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າ. ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ  - ປ້ອງກັນຄວາມສະຫງົບ, ພິເສດໃນຂົງເຂດຄວາມໝັ້ນຄົງທາງອິນເຕີເນັດ,  ການຫັນເປັນດີຈີຕອນ ແລະ ໜູນຊ່ວຍວັດຖຸອຸປະກອນເພື່ອແນໃສ່ຍົກສູງຄວາມສາມາດໃຫ້ແກ່ ຫວຽດນາມ, ທ່ານປາດຖະໜາວ່າ ສອງຝ່າຍມີການຮ່ວມມືທີ່ບັນລຸບາດກ້າວບຸກທະລຸໃນຂົງເຂດນີ້, ເປັນຕົ້ນແມ່ນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ພັດທະນາເຕັກໂນໂລຢີໃຫ້ນັກສຶກສາການແພດ…

ໂດຍເຫັນດີຕໍ່ການສະເໜີນີ້, ທ່ານ ນາງPenny Wong ລັດຖະມົນຕີ ການຕ່າງປະເທດ ອົດສະຕາລີ ຢັ້ງຢືນຈະມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ໃນນັ້ນເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ນະວັດຕະກຳ, ການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ຜ່ານບັນດາໂຄງການ ODA ແລະ ກອງທຶນລົງທຶນ.

(ແຫຼ່ງຄັດຈາກ VOV)

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

ໃນ​ລະ​ຫວ່າງວັນ​ທີ 04 – 06 ມິ​ຖຸ​ນາ, ໃນ​ຂອບ​ເຂດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ Saint Petersburg (SPIEF 29), ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽ​ດ​ນາມ ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ.

Top