• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຊູ​ແອັດ​ມາ​ລົງ​ທຶນ​ຢູ່​ຂົງ​ເຂດ​ເສດ​ຖະ​ກິດ​ໝູນ​ວຽນ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຊູແອັດ, ຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ເອີລົບເໜືອ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ (ພາບ: VGP)  

ຕອນບ່າຍວັນທີ 30 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ ແລະ ທ່ານ Dennis Nobelius ຜູ້ອຳນວຍການໃຫຍ່ ບໍລິສັດ SYRE ສັງກັດກຸ່ມບໍລິສັດ ຕຳແຜ່ນຕັດຫຍິບ H&M, ເຊິ່ງແມ່ນເຄື່ອງໝາຍແຟຊັນທີ່ມີຊື່ສຽງໃນໂລກຂອງ ຊູແອັດ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຊູແອັດ, ຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ເອີລົບເໜືອ, ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ ແນວຄິດຈະມາລົງທຶນຢູ່ ຫວຽດນາມ ຂອງ SYRE ແລະ ທ່ານມອບໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສົມທົບກັບກຸ່ມບໍລິສັດຢ່າງແໜ້ນແຟ້ນ ກ່ຽວກັບບັນດາບັນຫາລະອຽດ.

ສ່ວນ ທ່ານ Johan Ndisi ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ ແລະ ທ່ານ Dennis Nobelius ຜູ້ອຳນວຍການໃຫຍ່ ບໍລິສັດ SYRE ໃຫ້ຮູ້ວ່າ ຈະສືບຕໍໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືຕາມເນື້ອໃນທີ່ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍບັນດາໂຄງການເໝາະສົມກັບການກຳນົດທິດພັດທະນາຂອງ ຫວຽດນາມ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ສະຫະພາບເອີລົບ (EU) ແລະ ຫວຽດນາມ - ຊູແອັດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ນົດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ນົດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ກຳນົດການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພື້ນຖານເພື່ອພັດທະນາປະເທດຊາດໂດຍໄວ ແລະຍືນຍົງ.

Top