• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ: ແກ້ໄຂບັນດາສັ່ງຄ້າງຄາໃນການຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ - 19 ຢ່າງທັນການ

      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ສຸມໃສ່ແກ້ໄຂຢ່າງທັນການບັນດາຄວາມຫຍຸ້ງຍາກ, ສິ່ງຄ້າງຄາທາງດ້ານກົດໝາຍ, ກົນໄກ, ນະໂຍບາຍ ບົນຈິດໃຈຕິດແທດກັບພຶດຕິກຳຕົວຈິງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ ແລະ ຜະລິດວັກຊິນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບບັນດານັກວິທະຍາສາດ,
ບັນດາຫົວໜ່ວຍວິສາຫະກິດຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ - 19 (ພາບ: VGP)
      ຕາມແຈ້ງການໂດຍສະຫຼຸບທີ່ການພົບປະ ຫວ່າງມໍ່ໆມານີ້ ກັບບັນດານັກວິທະຍາສາດ, ບັນດາຫົວໜ່ວຍວິສາຫະກິດຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ສຸມໃສ່ແກ້ໄຂຢ່າງທັນການບັນດາຄວາມຫຍຸ້ງຍາກ, ສິ່ງຄ້າງຄາທາງດ້ານກົດໝາຍ, ກົນໄກ, ນະໂຍບາຍ ບົນຈິດໃຈຕິດແທດກັບພຶດຕິກຳຕົວຈິງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ ແລະ ຜະລິດວັກຊິນ.
            ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງກ່ຽວກັບຄວາມຮັບຮູ້ທີ່ຕ້ອງເປັນເອກະພາບກັນວ່າ ວັກຊິນມີລັກສະນະຕັດສິນຊີ້ຂາດ, ຍຸດທະສາດ, ຍາວນານໃນການປ້ອງກັນ, ຕ້ານໂລກລະບາດເວົ້າລວມ ແລະ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເວົ້າສະເພາະ, ພ້ອມທັງຕ້ອງນອນໃນຍຸດທະສາດສັງລວມການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ຜະລິດວັກຊິນເພື່ອທັງເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທັງປະຢັດງົບປະມານແຫ່ງລັດ ໃນພາຍພາກໜ້າ ແລະ ໄລຍະຍາວນານ.
            ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດເປັນ ຫົວໜ່ວຍຮັບຜິດຊອບການຊີ້ນຳການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ຜະລິດວັກຊິນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ,ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ຊີ້ນຳໂດຍກົງເລື່ອງສ້າງ ໂຄງການແຫ່ງຊາດກ່ຽວກັບວັກຊິນເວົ້າລວມ, ໃນນັ້ນກ່ອນອື່ນໝົດແມ່ນເອົາໃຈໃສ່ຄົ້ນຄ້ວາການຜະລິດວັກຊິນກັນໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top