• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ

ເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ ໄດ້ອອກແບບດ້ວຍຄວາມໄວສຸດແມ່ນ 350 ກມ/ຊົ່ວໂມງ, ຊ່ວຍຫຼຸດຜ່ອນເວລາເດີນທາງໄປມາລະຫວ່າງ ຮ່າໂນ້ຍ ແລະ ກວາງນິງ ລົງເຫຼືອພຽງແຕ່ປະມານ 23 ນາທີ.
  (ພິ​ທີກົດປຸ່ມ​ເລີ່ມ​ລົງ​ມືກໍ່​ສ້າງ​ເສັ້ນ​ທາງລົດໄຟ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ກວາງ​ນິງ)  

ຕອນເຊົ້າວັນທີ 12 ເມສາຢູ່ ກວາງນິງແຂວງ ກວາງນິງ ໄດ້ສົມທົບກັບ ນະຄອນ ຮ່າໂນ້ຍຫາຍຟ່ອງບັກນິງ ເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ.

ເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ ໄດ້ອອກແບບດ້ວຍຄວາມໄວສຸດແມ່ນ 350 ກມ/ຊົ່ວໂມງຊ່ວຍຫຼຸດຜ່ອນເວລາເດີນທາງໄປມາລະຫວ່າງ ຮ່າໂນ້ຍ ແລະ ກວາງນິງ ລົງເຫຼືອພຽງແຕ່ປະມານ 23 ນາທີ. ກິຈະກຳໂດຍບໍລິສັດຫຸ້ນສ່ວນລົງທຶນ ແລະ ພັດທະນາເສັ້ນທາງລົດໄຟຄວາມໄວສູງ VinSpeed (ກຸ່ມບໍລິສັດ Vingroup) ເປັນເຈົ້າຂອງລົງທຶນ ດ້ວຍຍອດເງິນລົງທຶນກວ່າ 147.000 ຕື້ດົ່ງ (ກວ່າ 5,6 ຕື້ USD). ໂຄງການໄປຜ່ານ ຮ່າໂນ້ຍ - ບັກນິງ - ຫາຍຟ່ອງ - ກວາງນິງ ດ້ວຍຄວາມຍາວກວ່າ 120 ກມ. ໂດຍແມ່ນເສັ້ນທາງລົດໄຟຄວາມໄວສູງລະຫວ່າງເຂດທຳອິດທີ່ຜັນຂະຫຍາຍຢູ່ ຫວຽດນາມໂຄງການຈະກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວຂຸຄົ້ນການຄ້າໃນປີ 2028.

ທີ່ພິທີທ່ານນາຍົກລັດຖະມົນຕີ ເລມິນຮຶງ ພ້ອມກັບການນຳອະດີດການນຳພັກລັດ ໄດ້ປະຕິບັດພິທີການຕ່າງໆ ແລະ ກົດປຸ່ມເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ.

(ແຫ່ງຄັດຈາກ VOV)

ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເຂົ້າຮ່ວມງານບຸນປີໃໝ່ຂອງ ລາວ ແລະ ກຳປູເຈຍ

ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເຂົ້າຮ່ວມງານບຸນປີໃໝ່ຂອງ ລາວ ແລະ ກຳປູເຈຍ

ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ.

Top