ຂ່າວສານ
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີວາງພວງມາລາ, ພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ
ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເສັ້ນທາງເລກ 9, ແຂວາງ ກວາງຈິ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີວາງພວງມາລາ, ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມ 28 ອັດຖິ. ພິທີໂດຍຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງຈິ ຈັດຂຶ້ນ. ເຂົ້າຮ່ວມເຫດການຍັງການນຳບັນດາກະຊວງ, ຂະແໜງການ, ອົງການສູນກາງ ແລະ ທ້ອງຖິ່ນ; ຄະນະປະຕິບັດງານຂອງແຂວງ ສະຫວັນນະເຂດ ແລະ ຄຳມ່ວນ ຂອງ ລາວ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ບັນດາຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບບັນດາລູກຜູ້ດີເດັ່ນຂອງຊາດ ທີ່ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດເພື່ອພື້ນຖານສັນຕິພາບ, ເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພັນທະສາກົນອັນສູງສົ່ງ, ປະກອບສ່ວນເພີ່ມພູມຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ແລະ ນ້ຳໃຈສາມັກຄີສັດຊື່ບໍລິສຸດລະຫວ່າງ 2 ຊາດ.







