• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ຮ່ວາບິ່ງປີ 2023

ກອງປະຊຸມສົ່ງເສີມການລົງທຶນແຂວງ ຮ່ວາບິ່ງ ປີ 2023 ແມ່ນເຫດການມີຄວາມໝາຍສຳຄັນ, ແນ່ໃສ່ແນະນຳຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ດຶງດູດການລົງທຶນ
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ຮ່ວາບິ່ງປີ 2023 (ພາບ:VGP/Nhật Bắc)  

ຕອນເຊົ້າວັນທີ 26 ກຸມພາຢູ່ແຂວງ ຮ່ວາບິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ຮ່ວາບິ່ງປີ 2023.

ກອງປະຊຸມສົ່ງເສີມການລົງທຶນແຂວງ ຮ່ວາບິ່ງ ປີ 2023 ແມ່ນເຫດການມີຄວາມໝາຍສຳຄັນ, ແນ່ໃສ່ແນະນຳຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ດຶງດູດການລົງທຶນ, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມໃນບໍລິເວນແຂວງ, ບັນດາທ້ອງຖິ່ນໃນເຂດ ແລະ ຂອງທົ່ວປະເທດ. ທີ່ກອງປະຊຸມ, ແຂວງ ຮ່ວາບິ່ງ ໄດ້ເລືອກເຟັ້ນ, ມອບຂໍ້ຕົກລົງເຫັນດີຕໍ່ແຜນນະໂຍບາຍລົງທຶນໃຫ້ແກ່ 16 ນັກລົງທຶນ ທີ່ເປັນຕົວແທນປະຕິບັດ 16 ໂຄງການຢູ່ແຂວງ ດ້ວຍຍອດເງິນລົງທຶນເກືອບ 49.000 ຕື້ດົ່ງ (ກ່ວາ 2 ຕື້ USD).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ແຂວງ ຮ່ວາບິ່ງ ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ແລະ ບັນດາທ້ອງຖິ່ນທີ່ກ່ຽວຂ້ອງ ຈົ່ງສ້າງແຜນຜັງແຂວງໄລຍະ 2021 – 2030, ວິໄສທັດຮອດປີ 2050 ໃຫ້ສົມບູນແບບ. ສຸມໃສ່ສ້າງບັນດາກົນໄກນະໂຍບາຍໃຫ້ບຸລິມະສິດ ແລະ ຈັດແບ່ງແຫຼ່ງກຳລັງເໝາະສົມໃຫ້ແກ່ການພັດທະນາເຂດກຳລັງໜູນ; ເພີ່ມທະວີການຮ່ວມມື, ການຮ່ວມສຳພັນພັດທະນາເສດຖະກິດເຂດກັບບັນດາແຂວງ, ນະຄອນໃກ້ຄຽງ ແລະ ທົ່ວປະເທດ, ເພື່ອແນໃສ່ຍູ້ແຮງການດຶງດູດການລົງທຶນ,ຈຳໜ່າຍຜະລິດຕະພັນກະເສດ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນແຫ່ງການພັດທະນາການທ່ອງທ່ຽວ, ການບໍລິການ ແລະ ອຸດສາຫະກຳປຸງແຕ່ງຢ່າງມີປະສິດທິຜົນ. ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ເຂັ້ມແຂງ, ແທດຈິງ, ຈຸດສຸມແມ່ນສ້າງຂອດບຸກທະລຸໃນການປະຕິຮູບລະບຽບການບໍລິຫານ, ກໍ່ສ້າງອຳນາດການປົກຄອງເອເລັກໂຕນິກ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ອຳນວຍຄວາມສະດວກ, ໂປ່ງໃສ, ສະເໝີພາບ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເສັ້ນທາງເຊື່ອມຕໍ່ເຂດ ຮ່ວາບິ່ງ - ຮ່າໂນ້ຍ ແລະ ເສັ້ນທາງຄວາມໄວສູງ ເຊີນລາ ຕອນແຕ່ ຮ່ວາບິ່ງ - ມົກເຈົາ.

(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top