• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງນະຄອນໂຮ່ຈີມິນໄລຍະ 2021 – 2030, ວິໄສທັດຮອດປີ 2050

ທ່ານນາຍົກລັດຖະມົນຕີເຕື້ອງເຖິງທຳອິດແມ່ນນຳໜ້າໃນການພັດທະນາພື້ນຖານໂຄງການຍຸດທະສາດ, ລວມທັງພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງດີຈີຕອນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງນະຄອນໂຮ່ຈີມິນໄລຍະ 2021 – 2030, ວິໄສທັດຮອດປີ 2050

ຕອນບ່າຍວັນທີ 04 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມພິທີປະກາດການວາງແຜນຜັງນະຄອນ ໂຮ່ຈີມິນ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ເລື່ອງປະກາດການວາງແຜນຜັງຈະແມ່ນການກຳນົດທິດສຳຄັນເພື່ອໃຫ້ວິສາຫະກິດ, ນັກລົງທຶນ, ຄູ່ຮ່ວມມືມີພື້ນຖານເພື່ອຊອກຮູ້, ຄົ້ນຄວ້າ ແລະ ຊຸກຍູ້ການການລົງທຶນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ, ນີ້ແມ່ນການວາງແຜນໄດ້ປະຕິບັດຕາມວິທີເຂົ້າເຖິງ, ຈິນຕະນາການ, ທ່ານນາຍົກລັດຖະມົນຕີເຕື້ອງເຖິງທຳອິດແມ່ນນຳໜ້າໃນການພັດທະນາພື້ນຖານໂຄງການຍຸດທະສາດ, ລວມທັງພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງວັດທະນະທຳ, ການສຶກສາ… ຕໍ່ຈາກນັ້ນ, ນະຄອນ ໂຮ່ຈີມິນ ຕ້ອງນຳໜ້າຍູ້ແຮງນະວັດຕະກຳ, ວິທະຍາສາດ, ເຕັກໂນໂລຊີ, ຫັນເປັນດີຈີຕອນ. ສຸດທ້າຍແມ່ນນຳໜ້າໃນການດຶງດູດ, ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດມະຄຸນນະພາບສູງ

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງອອກ​ຈາກ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ

ທ່ານເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງອອກ​ຈາກ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ

ຕອນເຊົ້າວັນທີ 18 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປ ວໍຊິງຕັນ ດີຊີ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ໃນວັນທີ 20 ກຸມພາ ຕາມຄຳເຊື້ອເຊີນຂອງທ່ານ Donald Trump ປະທານາທິບໍດີ ສະຫະລັດ ອາເມລິກາ, ປະທານຜູ້ກໍ່ຕັ້ງສະພາສັນຕິພາບເຂດ ກາຊາ.

Top