ຕອນເຊົ້າວັນທີ 18 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ເມສາ 2025. ນີ້ແມ່ນວາລະປະຊຸມຄັ້ງທີ 2 ໃນເດືອນ ເມສາ ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງ ທີ່ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາ, ປະກອບຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ຈະມາເຖິງ.
ຄາດວ່າ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ລັດຖະບານຈະຍື່ນສະເໜີຕໍ່ສະພາແຫ່ງຊາດເອກະສານ, ບົດລາຍງານ 63 ສະບັບ, ໃນນັ້ນ, ມີກົດໝາຍ ແລະ ມະຕິ 37 ສະບັບ. ນີ້ແມ່ນຈຳນວນເອກະສານຢ່າງໃຫຍ່ຫຼວງ, ມີຄວາມສຳຄັນທີ່ສຸດ, ສົ່ງຜົນສະທ້ອນເຖິງທຸກການເຄື່ອນໄຫວດ້ານເສດຖະກິດ - ສັງຄົມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:
“ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມີຄວາມເປັນເຈົ້າການ, ປະດິດຄິດສ້າງໃນວິວັດການສ້າງກົດໝາຍເປັນຢ່າງດີ. ເຖິງຢ່າງໃດກໍ່ຕາມ, ໃນວິວັດການຈັດການຜັນຂະຫຍາຍປະຕິບັດກົດໝາຍ, ພຶດຕິກຳຕົວຈິງໃນປະຈຸບັນຕ້ອງໄວ, ຕ້ອງສອດຄ່ອງ ແລະ ບັນລຸປະສິດທິຜົນຕິດຕາມເຫດການຢ່າງໃກ້ຊິດ. ຖ້າບໍ່ຄືແນວນັ້ນຈະຫຼ້າຫຼັງ, ຟາດໂອກາດ. ພວກເຮົາຕ້ອງມີຫົວຄິດປະດິດສ້າງ, ມີໄຫວພິບໃນວິວັດການຜັນຂະຫຍາຍ”.