• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກ່ຽວກັບການຊຸກຍູ້ພັດທະນາຂະແໜງອຸດສາຫະກໍາລົດໂອໂຕ

ການໝູນໃຊ້ເຕັກໂນໂລຢີສູງ ແມ່ນສໍາຄັນທີ່ສຸດໃນການພັດທະນາຂະແໜງອຸດສາຫະກໍາລົດໂອໂຕ ຢູ່ຫວຽດນາມ. 
ຕອນບ່າຍວັນທີ 12 ມີນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບ ກະຊວງ, ຂະແໜງການ, ວິສາຫະກິດ ແລະ ທ້ອງຖິ່ນ ຈໍານວນໜຶ່ງ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ເພື່ອຊຸກຍູ້ການພັດທະນາຂະແໜງອຸດສາຫະກໍາລົດໂອໂຕ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ຄວນມີນະໂຍບາຍເອື້ອອໍານວຍຄວາມສະດວກໃຫ້ຫຼາຍກວ່່າອີກ ເພື່ອຊ່ວຍຂະແໜງອຸດສາຫະກໍາລົດໂອໂຕ ຫວຽດນາມ ພັດທະນາຢ່າງແຮງກວ່າອີກ, ໂດຍສະເພາະແມ່ນອຸດສາຫະກໍາໜູນຊ່ວຍ, ຜະລິດບັນດາເຄື່ອງອາໄຫຼ່ ຢູ່ ພາຍໃນປະເທດ ເພື່ອຮັບໃຊ້ໃຫ້ແກ່ຂະແໜງອຸດສາຫະກໍາຜະລິດ ແລະ ຕິດຕັ້ງລົດໂອໂຕ, ຈາກນັ້ນ ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງການຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງສົ່ງອອກໄປຍັງຕ່າງປະເທດອີກດ້ວຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ຈົ່ງຍູ້ແຮງການຮ່ວມມືເພື່ອລະດົມແຫຼ່ງກໍາລັງ, ການໝູນໃຊ້ເຕັກໂນໂລຢີສູງ ແມ່ນສໍາຄັນທີ່ສຸດໃນການພັດທະນາຂະແໜງອຸດສາຫະກໍາລົດໂອໂຕ ຢູ່ຫວຽດນາມ. ພ້ອມກັນນັ້ນ ຄວນສຸມໃສ່ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີີຄຸນນະພາບສູງ ເພື່ອດຶງດູດບັນດາກຸ່ມບໍລິສັດລົດໂອໂຕ ທີ່ມີີຂອບຂະໜາດໃຫຍ່ໃນໂລກ; ຄົ້ນຄວ້າຕະຫຼາດພາຍໃນປະເທດ ແລະ ຕະຫຼາດສົ່ງອອກ ເພື່ອຜະລິດບັນດາຜະລິດຕະພັນໃຫ້ເໝາະສົມ, ໃນນັ້ນ, ນອກຈາກການສົ່ງອອກລົດໂອໂຕຄົບຊຸດແລ້ວ ຄວນສົ່ງອອກບັນດາເຄື່ອງອາໄຫຼ່ລົດໂອໂຕອີກດ້ວຍ

        ໄປຄຽງຄູ່ກັນນັ້ນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງວາງແຜນນະໂຍບາຍດຶງດູດນັກລົງທຶນ ລົງທຶນເຂົ້າໃນຂະແໜງອຸດສາຫະກໍາລົດໂອໂຕ ຕາມທິດຍືນຍົງ, ປະຕິບັດຖືກຕ້ອງຕາມການວາງແຜນກໍານົດ ແລະ ຈັດແບ່ງການຜະລິດໃຫ້ເໝາະສົມ.

        ທ່ານນາຍົກລັດຖະມົນຕີ ຢ້ັງຢືນວ່າ ລັດຖະບານ ຈະສືບຕໍ່ເອື້ອອໍານວຍຄວາມສະດວກໃຫ້ບັນດາວິສາຫະກິດລົງທຶນເຂົ້າຂົງເຂດດັ່ງກ່າວ, ປະກອບສ່ວນຊຸກຍູ້ການພັດທະນາຂະແໜງອຸດສາຫະກໍາລົດໂອໂຕ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top