• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມພົບປະບັນດານັກລົງທຶນຢູ່ແຂວງ ເງະອານ

ຕອນບ່າຍວັນທີ່ 23 ກຸມພາ, ຢູ່ເທດສະບານເກືອລໍ່, ແຂວງ ເງະອານ ໄດ້ຈັດຕັ້ງກອງປະຊຸມພົບປະບັນດານັກລົງທຶນໃນຕົ້ນລະດູບານໃໝ່ປີກຸນ 2019 ໂດຍ ມີການເຂົ້າຮ່ວມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ. 

ຕອນບ່າຍວັນທີ່ 23 ກຸມພາ, ຢູ່ເທດສະບານເກືອລໍ່, ແຂວງ ເງະອານ ໄດ້ຈັດຕັ້ງກອງປະຊຸມພົບປະບັນດານັກລົງທຶນໃນຕົ້ນລະດູບານໃໝ່ປີກຸນ 2019 ເພື່ອຈາລຶກການປະກອບສ່ວນຂອງບັນດານັກລົງທຶນ, ວິສາຫະ ກິດເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຢູ່ແຂວງເງະອານ ໃນໄລຍະທີ່ຜ່ານມາ, ພ້ອມທັງເຊື່ອມຕໍ່ການລົງທຶນ, ໂຄສະນາພາບພົດຂອງແຂວງເງະອານໃຫ້ແກ່ບັນດານັກລົງທຶນພາຍໃນແລະ ຕ່າງປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຖືວ່າ: ກອງປະຊຸມບໍ່ພຽງແຕ່ແມ່ນການພົບປະກັບບັນດານັກລົງທຶນໃນຕົ້ນລະດຸບານໃໝ່ເທົ່ານັ້ນ ຫາກຍັງເປັນການເຊື່ອມຕໍ່ລະຫວ່າງບັນດາ ລະຫວ່າງນັກລົງທຶນລຸ່ນຕ່າງໆກັບແຂວງເງະອານອີກດ້ວຍ. ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກເຖິງຖານະບົດບາດຂອງແຂວງ ເງະອານ, ຮຽກຮ້ອງແຂວງ ເງະອານ ຕ້ອງສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ດີກ່ວາອີກ, ສ້າງເງືອນໄຂທີ່ດີກ່າວອີກໃຫ້ແກ່ນັກລົງທຶນ. ທ່ານນາຍົກລັດຖະມົນຕີກໍ່ມອບໃຫ້ພະນັກງານ, ຂະແໜງການຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂກ່ຽວກັບກົນໄກ, ນະໂຍບາຍ ເພື່ອ ແຂວງເງະອານ ດຶງດູດການລົງທຶນ ແລະ ພັດທະນາກ່າວອີກ ກ່ຽວກັບເສດຖະກິດສັງຄົມໃນເວລາຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top