ຕອນບ່າຍວັນທີ 26 ມີນາ, ຢູ່່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Lee Hyo-seong ປະທານຄະນະກໍາມະການສື່ສານ ສ.ເກົາຫຼີ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ນອກຈາກບັນດາເຄື່ອງໝາຍການຄ້າທີ່ບັນລຸຜົນສໍາເລັດຢູ່ຫວຽດນາມຄື Lotte ແລະ Samsung ແລ້ວ, ຫວຽດນາມ ປາດຖະໜາຢາກມີກະແສຟອງລົງທຶນໃໝ່ຂອງ ສ.ເກົາຫຼີ ເຂົ້າຫວຽດນາມ. ລັດຖະບານ ແລະ ອໍານາດການປົກຄອງບັນດາທ້ອງຖິ່ນຂອງຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ສ.ເກົາຫຼີ ລົງທຶນ ແລະ ດໍາເນີນທຸລະກິດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍ ປາດຖະໜາວ່າ ສອງປະເທດຈະຊຸກຍູ້ວົງການສອງສົ້ນໃຫ້ບັນລຸກວ່າ 100 ຕື້ USD. ໄປຄຽງຄູ່ກັນນັ້ນ ແມ່ນຊຸກຍູ້ຈໍານວນແຂກທ່ອງທ່ຽວ ສ.ເກົາຫຼີ ມາທ່ອງທ່ຽວຫວຽດນາມ ໃຫ້ນັບມື້ນັບຫຼາຍກວ່າ.
![](https://imagevietnam.vnanet.vn/Upload/2019/3/27/27032019092649655nqh08565hq_aavm.jpg)
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Lee Hyo-seong ປະທານຄະນະກໍາມະການສື່ສານ ສ.ເກົາຫຼີ (ພາບ:VGP)
(ແຫຼ່ງຄັດຈາກ VOV)