• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງຽນຊວນຟຸກ ຊີ້ນຳວຽກງານກະກຽມຕ້ອນຮັບບຸນເຕັດໃຫ້ແກ່ປະຊາຊົນ

      ຕອນເຊົ້າວັນທີ 20 ມັງກອນຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານກະກຽມບຸນເຕັດໃຫ້ແກ່ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ
      ກອງປະຊຸມແນໃສ່ກວດກາຄືນການກະກຽມຕ້ອນຮັບບຸນເຕັດເພຶ່ອບໍ່ປະໃຫ້ປະຊາຊົນຜູ້ໃດ, ເປັນຕົ້ນແມ່ນຄອບຄົວຫຍຸ້ງຍາກ, ບໍ່ມີເງື່ອນໄຂຕ້ອນຮັບບຸນເຕັດ, ບໍ່ປະໃຫ້ກຳມະກອນຜູ້ໃດບໍ່ໄດ້ຮັບເງິນເດືອນໃນໂອກາດບຸນເຕັດ.
            ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຢູ່ກອງປະຊຸມແລ້ວ, ກະຊວງໄດ້ກະກຽມແຫຼ່ງສິນຄ້າ, ຜັນຂະຫຍາຍແຜນການກະທຳເຮັດໃຫ້ຕະຫຼາດເປັນປົກກະຕິ, ເປັນຕົ້ນແມ່ນກ່ຽວກັບຊີ້ນໝູ; ສົ່ງສິນຄ້າໄປຍັງຊົນນະບົດ, ເຂດພູສູງ, ເຂດທະເລໝູ່ເກາະ, ເພິ່ມທະວີການກວດກາຕະຫຼາດ, ຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ, ຮັບປະກັນຄວາມປອດໄພສະບຽງອາຫານ.
            ໃນຂະນະນັ້ນ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ຄອບຄົວທຸກຍາກ ແລະ ຜູ້ອອກແຮງງານຂອງບັນດາທ້ອງຖີ່ນໄດ້ຮັບຄວາມເອົາໃຈໃສ່ຢ່າງຄົບຖ້ວນ.
ເມື່ອມອບໜ້າທີ່ໃຫ້ບັນດາຫົວໜ່ວຍໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:
        ຮຽກຮ້ອງໃຫ້ບັນດາຂະແໜງການ, ຂັ້ນຕ່າງໆ ບໍ່ພຽງແຕ່ກະກຽມສິນຄ້າໃຫ້ບັນດາເຂດຕົວເມືອງ ແລະ ຊົນນະບົດເທົ່ານັ້ນ, ຫາກຍັງຕ້ອງເອົາໃຈໃສ່ເຖິງເຂດຫ່າງໄກສອກຫຼີກ. ບັນດາກະຊວງ, ບັນດາອົງການ ໂດຍສະເພາະແມ່ນບັນດາວິສາຫະກິດ ຕ້ອງຮັບປະກັນເງິນເດືອນ, ເງິນອຸດໜູນ ອີກດ້ວຍ. ຄວາມປອດໄພໃຫ້ແກ່ປະຊາຊົນ ກໍຕ້ອງໄດ້ຮັບປະກັນໃຫ້ດີທີ່ສຸດ, ໂດຍສະເພາະແມ່ນເຂດຊົນນະບົດ, ພິເສດແມ່ນ ບໍ່ປະໃຫ້ເກີດສະພາບຜິດປົກກະຕິໃນຍາມບຸນເຕັດ. ສືບຕໍ່ຄວບຄຸມກວດກາງານບຸນຕ່າງໆທີ່ຈັດຂຶ້ນພາຍຫຼັງບຸນເຕັດຢູ່ແຕ່ລະທ້ອງຖິ່ນໃຫ້ເປັນຢ່າງດີ, ຮັບປະກັນຄວາມສະຫງົບ, ປອດໄພ”.
 (ແຫຼ່ງຄັດຈາກ VOV)
 

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top