• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄປເຖິງ Osaka, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ G20

      ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງໃນລະຫວ່າງວັນທີ 28 – 29 ມິຖຸນາ  ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຖືກດຳເນີນໃນສະພາບການເສດຖະກິດໂລກພວມມີການເຕີບໂຕຢ່າງຊັກຊ້າດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.

ບັນດາການນຳ ຍີ່ປຸ່ນຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ພັນລະຍາ
ຢູ່ສະໜາມບິນສາກົນ Kansai, Osaka, ຍີ່ປຸ່ນ (ພາບ: TTXVN)
      ຕອນບ່າຍວັນທີ 17 ມິຖຸນາ, ຕາມເວລາທ້ອງຖິ່ນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງສະໜາມບິນສາກົນ Kansai, Osaka, ຍີ່ປຸ່ນ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນຂຶ້ນແຖວໜ້າໂລກ (G20) ແລະ ຢ້ຽມຢາມ ຍີ່ປຸ່ນ ໃນລະຫວ່າງ ວັນທີ 27 ມິຖຸນາ - 1 ກໍລະກົດ ຕາມການເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abeຢ່າງເປັນທາງການ.
        ອອກມາຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນສາກົນ Kansai ມີທ່ານ Kiyoto Tsuji ສະມາຊິກລັດຖະສະພາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ, ທ່ານ Kiminori Iwama ເອກອັກຄະລັດຖະທູດ, ຫົວໜ້າກົມພິທີການ, ກະຊວງການຕ່າງປະເທດ ຍີ່ປຸ່ນ ພ້ອມກັບການນຳແຂວງ Osaka. ສ່ວນຝ່າຍ ຫວຽດນາມ ມີທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ທ່ານ ຫວູຕ໊ວນຫ໋າຍ ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳ Osaka ພ້ອມດ້ວຍພະນັກງານສະຖານທູດ ຫວຽດນາມ ປະຈຳ ຢີ່ປຸ່ນ,ພະນັກງານ ກົງສູນໃຫຍ່ ຫວຽດນາມ ປະຈຳ Osaka ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມຢູ່ Osaka.
        ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງໃນລະຫວ່າງວັນທີ 28 – 29 ມິຖຸນາ  ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຖືກດຳເນີນໃນສະພາບການເສດຖະກິດໂລກພວມມີການເຕີບໂຕຢ່າງຊັກຊ້າດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.
            ຕາມລາຍການ, ຄຽງຄູ່ກັບການເຂົ້າຮ່ວມບັນດາວາລະການປຶກສາຫາລືຕ່າງໆ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການພົບປະສອງຝ່າຍກັບບັນດາການນຳຂອງບັນດາປະເທດທີ່ເຂົ້າຮ່ວມ ກອງປະຊຸມສຸດຍອດ G20. ທ່ານນາຍົກລັດຖະມົນຕີ ກໍ່ຈະພົບປະກັບບາງວິສາຫະກິດ, ອົງການຈັດຕັ້ງມິດຕະພາບ ເຂດ Kansai ໃນໄລຍະຢູ່  Osaka.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top