• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານເວທີປາໄສຍົກສູງທັກສະການອອກແຮງງານຫວຽດນາມ

      ຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານເວທີປາໄສຍົກສູງທັກສະການອອກແຮງງານຫວຽດນາມດ້ວຍຫົວຂໍ້ ວິສາຫະກິດຮ່ວມເດີນທາງປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບການສຶກສາວິຊາຊີບ”. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານເວທີປາໄສຍົກສູງສີມືແຮງງານຫວຽດນາມ
(ພາບ: TTXVN)
      ເວທີປາໄສເພື່ອແນໃສ່ຢັ້ງຢືນວິໄສທັດ ແລະ ຄາດຫວັງໃນການກະກຽມແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມຮູ້, ທັກສະ, ປະກອບສ່ວນຍົກສູງສະມັດຕະພາບແຮງງານ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0 ແລະ ເຊື່ອມໂຍງເຂົ້າກັບສາກົນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຍົກສູງສະມັດຕະພາບ, ຄຸນນະພາບຂອງກຳລັງແຮງງານມີບົດບາດສຳຄັນໃນການປັບປຸງລະດັບຄວາມໄວຂອງການເຕີບໂຕ ແລະ ຄວາມມານະພະຍາຍາມສ້າງໂຄງປະກອບເສດຖະກິດຄືນໃໝ່. ທ່ານກ່າວວ່າ:
        ທັກສະອາຊີບແມ່ນບັນຫາໃຫຍ່ຂອງທົ່ວໂລກ, ພິເສດແມ່ນບັນດາປະເທດພວມພັດທະນາຄື ຫວຽດນາມ. ຂ້າພະເຈົ້າໄດ້ເວົ້າຫຼາຍເທື່ອແລ້ວກ່ຽວກັບກົນໄກ 3 ຝ່າຍ ລັດ, ໂຮງຮຽນ ແລະ ວິສາຫະກິດ ແຕ່ບົດບາດ ຂອງວິສາຫະກິດ, ຍັງບໍ່ທັນໄດ້ເວົ້າເຖິງການປະກອບສ່ວນເຂົ້າການເຕີບໂຕ ແລະ ຍັງມີບົດບາດການຖ່າຍທອດເຕັກໂນໂລຢີຜ່ານຜູ້ອອກແຮງງານຕື່ມອີກ. ຄວາມຈິງສະແດງໃຫ້ເຫັນວ່າ ອັດຕາແຮງງານທີ່ໄດ້ຮັບການບຳລຸງສ້າງຍັງຕ່ຳ, ຕ້ອງໄດ້ແກ້ໄຂ. ທີ 2 ແມ່ນໂຄງປະກອບຂອງແຮງງານຍັງຕ່ຳ. ຖ້າພວກເຮົາບຳລຸງສ້າງແຮງງານໃຫ້ເປັນຢ່າງດີນັ້ນທຸກໆບັນຫານີ້ຈະໄດ້ຮັບການແກ້ໄຂເປັນຢ່າງດີ.
        ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມກັບການນຳບາງກະຊວງ, ຂະແໜງການ, ວິສາຫະກິດ ພ້ອມກັນປະຕິບັດພິທີການ ວິສາຫະກິດຮ່ວມເດີນທາງກັບ ການສຶກສາວິຊາຊີບ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top