• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ

ຕອນບ່າຍວັນທີ 22 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບສະພາບການ, ແງ່ຫວັງ ແລະ ບັນດາມາດຕະການດຶງດູດການລົງທຶນຕ່າງປະເທດຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ (ພາບ: VGP)

ບັນດາຄຳເຫັນທີ່ກອງປະຊຸມຖືວ່າ: ຜ່ານການພົບປະ, ຊອກຮູ້ ບັນດານັກລົງທຶນລ້ວນແຕ່ສະແດງຄວາມເຊື່ອໝັ້ນ, ຖືຫວຽດນາມ ແມ່ນສະຖານທີ່ປອດໄພ, ມີບັນດາທ່າໄດ້ປຽບຕ້ອນຮັບກະແສເງິນລົງທຶນ ພາຍຫລັງໂຄວິດ-19. ປັດຈຸບັນ ມີ 4 ຂົງເຂດ ຊື່ງບັນດາກຸ່ມບໍລິສັດຕ່າງປະເທດມີທ່າອ່ຽງເຄື່ອນຍ້າຍເຂົ້າມາ ຫວຽດນາມ ແມ່ນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີສູງ, ອຸປະກອນເອເລັກໂຕນິກ, ການຄ້າເອເລັກໂຕນິກ ແລະ logistic, ສິນຄ້າບໍລິໂພກ ແລະ ການຂາຍຍ່ອຍ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຄວນມີຈິນຕະນາການໃໝ່, ບັນດາຂະແໜງ, ທ້ອງຖິ່ນຕ້ອງໄປລັດຮັບເອົາໜ້າການລົງທຶນໃໝ່ນີ້. ພ້ອມທັງ ດຶງດູດການລົງທຶນທີ່ມີການເລືອກເຟັ້ນ, ມຸ່ງໄປສູ່ບັນດາກຸ່ມບໍລິສັດນາໆຊາດຂະໜາດໃຫຍ່, ເຕັກໂນໂລຊີສູງ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ການດຶງດູດການລົງທຶນເຕັກໂນໂລຊີສູງຈາກຕ່າງປະເທດ, ມູນຄ່າເພີ່ມຂະໜາດໃຫຍ່ ແມ່ນທິດເດີນທີ່ຈຳເປັນ, ແຕ່ໄປຄຽງຄູ່ກັນນັ້ນ ແມ່ນສືບຕໍ່ສ້າງເງື່ອນໄຂໃຫ້ແກ່ທຸກພາກສ່ວນເສດຖະກິດ, ເປັນຕົ້ນແມ່ນເອກະຊົນ, ລົງທຶນທຳມາຫາກິນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top