• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

      ໂດຍໄດ້ຮັບຄໍາເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ  Moon Jae-in, ຕອນເຊົ້າວັນທີ 24 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ອອກຈາກຮ່າໂນ້ຍ, ເດີນທາງໄປ ສ.ເກົາຫຼີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ສ.ເກົາຫຼີ ຄົບຮອບ 30 ປີ, ກອງປະຊຸມສຸດຍອດແມ່່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 1 ແລະ ຢ້ຽມຢາມ ສ.ເກົາຫຼີ ໃນລະຫວ່່າງວັນທີ 24 – 28 ພະຈິກ 2019.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ (ພາບປະກອບ: TTXVN) 
      ຕາມລາຍການ, ຢູ່ນະຄອນ Busan, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາ ອາຊຽນ - ສ.ເກົາຫຼີ ຄົບຮອບ 30 ປີ, ກອງປະຊຸມສຸດຍອດ ແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 1. ຄາດວ່າ, ທ່ານນາຍົກລັດຖະມົນຕີ ກໍຈະເຂົ້າຮ່ວມກອງປະຊຸມສຸດຍອດ CEO ອາຊຽນ - ສ.ເກົາຫຼີ; ກອງປະຊຸມສຸດຍອດກ່ຽວກັບການ ເລີ່ມຕົ້ນທຸລະກິດ ແລະ ງານວາງສະແດງກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ; ກອງປະຊຸມສຸດຍອດກ່ຽວກັບການເລີ່ມຕົ້ນທຸລະກິດ ອາຊຽນ - ສ.ເກົາຫຼີ.      
        ກອງປະຊຸມສຸດຍອດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 1 ມີຫົວຂໍ້ວ່າ “ການຮ່ວມມືເພື່ອອະນາຄົດຂອງ ແມ່ນໍ້າຂອງ - ສ.ເກົາຫຼີ ວັດທະນາຖາວອນ” ໂດຍທ່ານປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານນາຍົກລັດຖະມົນຕີ ໄທ ເປັນປະທານ, ເຊິ່ງຈະໄດ້ຈັດຕັ້ງຢູ່ Busan, ປະເທດ ສ.ເກົາຫຼີ ໃນວັນທີ 27 ພະຈິກ. ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຄັ້ງນີ້ ຖືກປະຕິບັດພາຍຫຼັງການຢ້ຽມຢາມ ສ.ເກົາຫຼີ ຂອງນາຍົກລັດຖະມົນຕີ ຫວຽດນາມ ຊຸດກ່ອນເປັນເວລາ 7 ປີ ແລະ ມີຄວາມໝາຍສໍາຄັນໃນການຍູ້ແຮງການພົວພັນຄູ່ຮ່ວມມືກັບ ສ.ເກົາຫຼີ ໃນໄລຍະຈະມາເຖິງ. 
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top