• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕອບສໍາພາດຕໍ່ສໍານັກຂ່າວສານ ລັດເຊຍ TASS

ເນື່ອງໃນໂອກາດການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານ ລັດເຊຍ TASS.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ໄປຮອດ ມົດສະກູ ສືບຕໍ່ຢ້ຽມຢາມ ລັດເຊຍ  ຢ່າງເປັນທາງການ (ພາບ: TTXVN) 

ເມື່ອຕີລາຄາກ່ຽວກັບການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່່າງ ຫວຽດນາມ ແລະ ລັດເຊຍ ໃນບັນດາຂົງເຂດການເມືອງ, ສັງຄົມ, ເສດຖະກິດ, ການຄ້າໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ ພວມພັດທະນາຢ່າງຕັ້ງໜ້າ ແລະ ນັບມື້ນັບດີຂຶ້ນ. ໃນນັ້ນ, ການພົວພັນດ້ານການເມືອງມີຄວາມໄວ້ເນື້ອເຊື່ອໃຈສູງສຸດ ດ້ວຍບັນດາການພົບປະແລກປ່ຽນຄະນະຜູ້ແທນຄັ້ງຕ່າງໆ. ສອງປະເທດ ຈະຈັດຕັ້ງປີ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ ໃນປີ 2019 – 2020 ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນລົງນາມໃນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ຫວຽດນາມ - ລັດເຊຍ (1994 – 2019) ແລະ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 – 2020). ກ່ຽວກັບດ້ານເສດຖະກິດ, ສົນທິສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ ມີຜົນສັກສິດ ໄດ້ຊ່ວຍສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ. ການລົງທຶນ, ຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ ກໍ່ສືບຕໍ່ໄດ້ຮັບການເປີດກວ້າງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ທ່ານຈະພ້ອມກັບທ່ານນາຍົກລັດຖະມົນຕີລັດເຊຍ Dmitri Medvedev ກວດກາຄືນສະພາບການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ໃນນັ້ນມີການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງປະເທດ; ແລກປ່ຽນທິດທາງ ແລະ ມາດຕະການລະອຽດ ເພື່ອແນໃສ່ແກ້ໄຂສິ່ງທີ່ຕິດຄັດ, ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃນທຸກຂົງເຂດ ໃນນັ້ນມີຂົງເຂດພະລັງງານ ແລະ ເຕັກນິກການທະຫານ. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top