• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອະນຸມັດແຜນຮ່າງການຈັດກອງປະຊຸມໃຫຍ່ ຜູ້ແທນ ບັນດາຊົນເຜົ່າສ່ວນໜ້ອຍ

       ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫາກໍ່ເຊັນອະນຸມັດແຜນຮ່າງຈັດກອງປະຊຸມໃຫຍ່ ຜູ້ແທນບັນດາຊົນເຜົ່າສ່ວນໜ້ອຍ ຂັ້ນເມືອງ, ຂັ້ນແຂວງ ຄັ້ງທີ 3 ປີ 2019 ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາຊົນເຜົ່າສ່ວນໜ້ອຍ ຂອງຫວຽດນາມ ຄັ້ງທີ 2 ປີ 2020.
      ຈຸດປະສົງຂອງກອງປະຊຸມໃຫຍ່ແມ່ນແນໃສ່ສືບຕໍ່ຢັ້ງຢືນ ແລະ ຮັບຮອງເອົາຄຸນງາມຄວາມດີ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາຊົນເຜົ່າສ່ວນໜ້ອຍ ໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ພັດທະນາພື້ນຖານໂຄງລ່າງ, ປະຕິບັດນະໂຍບາຍຊົນເຜົ່າ, ສ້າງສາ, ປົກປັກຮັກສາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
      ກອງປະຊຸມໃຫຍ່ກໍ່ແມ່ນໂອກາດເຊີດຊູ ແລະ ຍ້ອງຍໍສັນລະເສີນ ບັນດາໝູ່ຄະນະ, ບຸກຄົນດີເດັ່ນໃນບັນດາຊົນເຜົ່າສ່ວນໜ້ອຍ ຫວຽດນາມ ໃນຍຸກແຫ່ງການເຊື່ອມໂຍງ ແລະ ພັດທະນາປະເທດຊາດ ໄລຍະ 2009-2019; ຕີລາຄາຜົນງານ, ໝາກຜົນການປະຕິບັດວຽກງານຊົນເຜົ່າ ໄລຍະ 2009-2019; ຈາກນັ້ນຖອດຖອນບົດຮຽນ, ສືບຕໍ່ສ້າງໃຫ້ສຳເລັດນະໂຍບາຍຊົນເຜົ່າ ໄລຍະ 2021-2025 ແລະ ກຳນົດທິດທາງຮອດປີ 2030. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຕ້ອງດີເດັ່ນ, ຕາງໜ້າໃຫ້ແກ່ 53 ຊົນເຜົ່າສ່ວນໜ້ອຍຂື້ນກັບທຸກພາກສ່ວນ, ເຂດພາກ, ຂົງເຂດຂອງການດຳລົງຊີວິດສັງຄົມ, ໄດ້ຮັບການຄັດເລືອກ, ເຊີດຊູ ຈາກກອງປະຊຸມໃຫຍ່ທຸກຂັ້ນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top