• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 5

      ຕອນເຊົ້າວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 5.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານທີ່ຍິ່ງໃຫຍ່ໃນທຸກດ້ານຂອງກຳລັງປະກອບອາວຸດທະຫານເຂດ 5 ໃນປີ 2017. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ເບິ່ງແຍງດູແລດ້ານຊີວິດການເປັນຢູ່ໃຫ້ພະນັກງານ, ນັກຮົບຢູ່ເຂດຫ່າງໄກສອກຫລີກໃນໂອກາດບຸນປີໃໝ່ປະຈຳຊາດ. ທ່ານນາຍົກລັດຖະມົນຕີກ່າວວ່າ:
        “ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ ຍ້ອນບັນດາສະຫາຍມີການເບິ່ງແຍງດູແລບຸນເຕັດໃຫ້ທະຫານ, ເປັນຕົ້ນແມ່ນພະນັກງານ, ນັກຮົບຢູ່ເຂດຫ່າງໄກສອກຫລີກ, ເຂດທຸກຍາກ, ເຂດຖືກໄພພິບັດທຳມະຊາດ ເຊິ່ງມີທະຫານເວນຍາມ. ບັນດາສະຫາຍຄວນເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ບັນດາກຳລັງກອງທັບໃນບໍລິເວນ. ມື້ນີ້ແມ່ນວັນທີ 26 ເດືອນ 12 ໄລ່ຕາມຈັນທະປະຕິທິນ, ຂ້າພະເຈົ້າຂໍອວຍພອນບຸນເຕັດກອງບັນຊາການ, ການເມືອງ, ບັນດາກົມກອງຂຶ້ນກັບ. ບັນດາສະຫາຍທະຫານເຂດ 5  ຕ້ອນຮັບປີໃໝ່ດ້ວຍຄວາມສູ້ຊົນ, ຝຶກຝົນຫຼໍ່ຫຼອມ ສຳເລັດໜ້າທີ່ການງານຊຶ່ງພັກ, ກອງທັບມອບໝາຍໃຫ້ເປັນຢ່າງດີ.”
 (ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top