• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ ແລະ ປະຊາຊົນນະຄອນດ່າໜັງ

      ປີໃໝ່ 2019, ບັນດາກໍາລັງປະກອບອາວຸດນະຄອນດ່າໜັງ ຄວນສືບຕໍ່ປະຕິບັດໜ້າທີ່ ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ, ຮັບປະກັນຄວາມໝັ້ນຄົງປອດໄພທາງດ້ານການເມືອງ, ປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນເວົ້າສະເພາະ ແລະ ພາລະກິດແຫ່ງຊາດສ້າງສາ ແລະ ປົກປັກຮັກສາປະເທດຊາດເວົ້າລວມ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ຢ້ຽມຢາມ ແລະ ອວຍພອນປີໃໝ່ກໍາລັງປະກອບອາວຸດ ນະຄອນ ດ່າໜັງ 
      ຕອນເຊົົ້າວັນທີ 05 ກຸມພາ (ກົງກັບວັນທີ 01 ບຸນເຕັດ ປີກຸນ), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນາຍທະຫານກອງບັນຊາການທະຫານ, ຕໍາຫຼວດ, ທະຫານປ້ອງກັນຊາຍແດນນະຄອນດ່າໜັງ. ໂດຍຕາງໜ້າໃຫ້ພັກ, ລັດ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວກຟຸກ ໄດ້ຕີລາຄາສູງບັນດາຜົນງານ ເຊິ່ງກໍາລັງປະກອບອາວຸດນະຄອນ ດ່າໜັງບັນລຸໄດ້ໃນປີຜ່ານມາ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ປົກປົກຮັກສາອະທິປະໄຕ ໄດ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ປີໃໝ່ 2019, ບັນດາກໍາລັງປະກອບອາວຸດນະຄອນດ່າໜັງ ຄວນສືບຕໍ່ປະຕິບັດໜ້າທີ່ ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ, ຮັບປະກັນຄວາມໝັ້ນຄົງປອດໄພທາງດ້ານການເມືອງ, ປະກອບສ່ວນເຂົ້າໃນການພັດທະນາຂອງນະຄອນເວົ້າສະເພາະ ແລະ ພາລະກິດແຫ່ງຊາດສ້າງສາ ແລະ ປົກປັກຮັກສາປະເທດຊາດເວົ້າລວມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
            “ຂ້າພະເຈົ້າເຊື່ອໝັ້ນວ່າ ກໍາລັງປະກອບອາວຸດຂອງນະຄອນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນອົງອາດກ້າແກ່ນ ຂອງນະຄອນດ່າໜັງ ສືບຕໍ່ປະກອບສ່ວນອັນສໍາຄັນເຂົ້າໃນຜົນສໍາເລັດຂອງນະຄອນດ່າໜັງ. ໂດຍຕາງໜ້າໃຫ້ລັດຖະບານ, ຕາງໜ້າໃຫ້ຄະນະປະຕິບັດງານ, ຂ້າພະເຈົ້າຂໍອວຍພອນບັນດາທ່ານ ຈ່ົງມີສຸຂະພາບເຂັ້ມແຂງ ພະລາໄມສົມບູນ, ມີຄວາມສະຫງົບສຸກ, ຈະເລີນກ້າວໜ້າ, ມີໂຊກມີລາບ ແລະ ປະຕິບັດສໍາເລັດໜ້າທີ່ໃຫ້ດີທີ່ສຸດ”.
        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ ແລະ ປະຊາຊົນ ຕາແສງ ທ້ວນເຟຶອກ, ເມືອງ ຫາຍເຈົາ, ແຂວງດ່າໜັງ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດມະຕິເລກທີ 43 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ

Top