• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີ Donald Trump

ຕອນທ່ຽງວັນທີ 27 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢູ່ສຳນັກງານລັດຖະບານ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີ Donald Trump (ພາບ: VGP)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂ່ຳນັບຊົມເຊີຍທ່ານປະທານາທິບໍດີ ອາເມລິກາ Donald Trump ຢ່າງສຸດໃຈທີ່ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ແລະ ບັນດາການເຄື່ອນໄຫວ 2 ຝ່າຍກັບ ຫວຽດນາມ.

        ສ່ວນທ່ານປະທານາທິບໍດີ Donald Trump ໄດ້ສະແດງຄວາມຫວັງຕໍ່ ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ທີ່ດຳເນີນຢູ່ ຮ່າໂນ້ຍ ຈະປະສົບຜົນສຳເລັດຢ່າງດີງາມ. ທ່ານປະທານາທິບໍດີ Donald Trump ໄດ້ຕີລາຄາສູງວຽກງານກະກຽມຂອງ ຫວຽດນາມ ໃຫ້ແກ່ກອງປະຊຸມສຳຄັນນີ້.

2 ຝ່າຍພ້ອມກັນຫວນຄືນ ແລະ ສະແດງໃຫ້ເຫັນຄວາມເພີ່ງພໍໃຈຕໍ່ບັນດາບາດກ້າວນັບມື້ນັບແທດຈິງໃນການພົວພັນ 2 ປະເທດໃນໄລຍະຜ່ານມາໃນຫລາຍຂົງເຂດ, ຈາກດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ ຕະຫລອດຮອດການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ. 2 ຝ່າຍໄດ້ເຫັນດີເປັນເອກະພາບ ຄວນສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືໃນປັດຈຸບັນຄື: ສັນຍາການຄ້າ ຫວຽດນາມ - ອາເມລິກາ ແລະ ສັນຍາແມ່ກ່ຽວກັບການຄ້າ ແລະ ການລົງທຶນ (TIFA), ພ້ອມທັງ ສືບຕໍ່ປຶກສາຫາລືກ່ຽວກັບຄວາມສາມາດຍົກລະດັບ, ກຳນົດຂອບເຂດການພົວພັນດ້ານການຄ້າ - ການລົງທຶນ, ເໝາະສົມກັບການພັດທະນາຂອງການພົວພັນເສດຖະກິດ - ການຄ້າ ແລະ ລັກສະນະຂອງການພົວພັນຄູ່ຮ່ວມມືຮອບດ້ານ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top