• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີ ຕັດຈີກິດສະຖານ

ຢູ່ນອກເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”, ວັນທີ 26 ເມສາ, ທີ່ ປັກກີ່ງ, ຈີນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຕັດຈີກິດສະຖານ Emomali Rahmon. ທີ່ການພົບປະ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຕັ້ງໜ້າເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ນັບທັງຂັ້ນສູງ. ບັນດາກະຊວງ, ຂະແໜງການ 2 ປະເທດຄວນປັບປຸງພື້ນຖານດ້ານນິຕິກຳ, ກວດກາຄືນ, ຊຸກຍູ້ການເຊັນບັນດາສັນຍາໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນຄືສັນຍາຫຼີກລ້ຽງການເກັບພາສີຊ້ອນ, ສັນຍາກັກກັນພະຍາດສັດ, ພືດ…

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານປະທານາທິບໍດີ ຕັດຈີກິດສະຖານ Emomali Rahmon (ພາບ: TTXVN)
 ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ຕັດ ຕັດຈີກິດສະຖານ Emomali Rahmon ຂໍຖືເປັນກຽດຮຽນເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄປຢ້ຽມຢາມ ຕັດຈີກິດສະຖານ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ສິງ​ກະ​ໂປ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ ອາ​ຊຽນ

ຫວຽດ​ນາມ-ສິງ​ກະ​ໂປ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ ອາ​ຊຽນ

ທ່ານ ເຈິ່​ນ​ເຟືອງ​ແອັງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ ໃຫ້​ຮູ້​ວ່າ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ, ດ້ວຍຍອດ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2025 ບັນ​ລຸ​ເກືອບ 40 ຕື້ SDG (ປະ​ມານ 30,9 ຕື້ USD).

Top