
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo
ການນຳ 2 ທ່ານໄດ້ຢືນຢັນຄວາມຕັດສິນໃຈຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງສຸດຂີດ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນບັນລຸ 10 ຕື້ USD ໃນປີ 2020. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີທາບທາມຄຳເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ສົມທົບກັນກໍ່ສ້າງ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີບົດບາດເປັນໃຈກາງໃນໂຄງສ້າງຂອງພາກພື້ນ.
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Karim Temsamani ປະທານຝ່າຍບໍລິຫານພາກພື້ນ ອາຊີ - ປາຊີຟິກຂອງ Google.
(ແຫຼ່ງຄັດຈາກ VOV)