• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມທາງການ ຫວຽດນາມ ຢ່າງຈົບງາມ

ໃນເວລາຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຂົ້າຢ້ຽມຂ່ຳນັບບັນດາການນຳ ຫວຽດນາມ; ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມເຈລະຈາ, ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງສອງປະເທດ, ເຂົ້າຮ່ວມງານລ້ຽງຕ້ອນຮັບທາງການ...
ກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ

ຕອນບ່າຍວັນທີ 7 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານລາວ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການ ຫວຽດນາມ ຢ່າງຈົບງາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 6 – 7 ມັງກອນ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.  

ໃນເວລາຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຂົ້າຢ້ຽມຂ່ຳນັບບັນດາການນຳ ຫວຽດນາມ; ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມເຈລະຈາ, ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງສອງປະເທດ, ເຂົ້າຮ່ວມງານລ້ຽງຕ້ອນຮັບທາງການ, ເຂົ້າຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ລາວ 2024, ເຂົ້າຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະຫັນ ແລະ ປະຕິບັດຂໍ້ຕົກລົງລະຫວ່າງສອງກົມການເມືອງ ຫວຽດນາມ - ລາວ ແລະ ໝາກຜົນການພົບປະລະຫວ່າງບັນດາການນຳ 3 ພັກລະຫວ່າງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫງວຽນຝູຈ້ອງ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ປະທານພັກປະຊາຊົນ ກຳປູເຈຍ (CPP) Hun Sen ໃຫ້ເປັນອັນລະອຽດ  ແລະ ມີປະສິດທິຜົນ; ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດໃຫ້ເປັນຢ່າງດີ, ໃນນັ້ນ, ມີຂໍ້ຕົກລົງຍຸດທະສາດຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030; ສັນຍາກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ 2024. ສອງຝ່າຍເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ ຫວຽດນາມ - ລາວ, ພິເສດແມ່ນກ່ຽວກັບລະບອບລະບຽບການ, ການເງິນ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ…

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top