• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມີນຈິງ ຮຽກຮ້ອງຍູ້ໄວລະດັບຄວາມຄືບໜ້າໃນການຜະລິດວັກຊິນຢູ່ພາຍໃນປະເທດ

ສູ້ຊົນຊ້າສຸດແມ່ນໃນເດືອນ ມິຖຸນາ 2022 ຈະສາມາດຜະລິດວັກຊິນໄດ້, ແຕ່ຕ້ອງເຄົາລົບຕາມຂັ້ນຕອນ, ຂໍ້ກຳນົດຂອງຫວຽດນາມ ແລະ ອົງການອະນາໄມໂລກ (WTO) ກ່ຽວກັບການຕີລາຄາ ແລະ ຮັບຮອງຢ່າງເຂັ້ມງວດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄປຢ້ຽມຢາມບາງຮາກຖານຜະລິດວັກຊິນ, ຜະລິດຕະພັນການແພດ. (ພາບ: VGP)

ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກໂດຍກົງຫວ່າງມໍ່ໆມານີ້ຢູ່ບາງຮາກຖານຜະລິດວັກຊິນ, ຜະລິດຕະພັນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຮຽກຮ້ອງວ່າຕ້ອງສຸມໃສ່ຊີ້ນຳນຳພາ, ສ້າງເງື່ອນໄຂສະດວກທີ່ສຸດເທົ່າທີ່ຈະເຮັດໄດ້, ໃຫ້ບຸລິມະສິດຈັດແບ່ງແຫຼ່ງກຳລັງເພື່ອຊຸກຍູ້ຄວາມຄືບໜ້າໃນການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີໄວທີ່ສຸດ ເພື່ອສາມາດນຳໃຊ້ວັກຊິນຜະລິດຢູ່ພາຍໃນປະເທດ, ຮັບໃຊ້ວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢ່າງທັນການ. ສູ້ຊົນຊ້າສຸດແມ່ນໃນເດືອນ ມິຖຸນາ 2022 ຈະສາມາດຜະລິດວັກຊິນໄດ້, ແຕ່ຕ້ອງເຄົາລົບຕາມຂັ້ນຕອນ, ຂໍ້ກຳນົດຂອງຫວຽດນາມ ແລະ ອົງການອະນາໄມໂລກ (WTO) ກ່ຽວກັບການຕີລາຄາ ແລະ ຮັບຮອງຢ່າງເຂັ້ມງວດ.

        ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ກະຊວງສາທາລະນະສຸກຫວຽດນາມ ເປັນປະທານສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສ້າງແຜນການຖ່າຍທອດ, ຄົ້ນຄວ້າ, ຜະລິດຮັບຮອງວັກຊິນ; ເປັນເຈົ້າການ, ສົມທົບກັບ WHO ຢ່າງແໜ້ນແຟ້ນ ເພື່ອດຳເນີນບັນດາລະບຽບການທີ່ຈຳເປັນຕາມຂໍ້ກຳນົດກ່ຽວກັບເລື່ອງຮັບຮອງເອົາວັກຊິນຜະລິດຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top