• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ສິ້ນສຸດການເຂົ້າຮ່ວມກອງປະຊຸມການນຳອາຊຽນ

      ຕອນຕ່ຳວັນທີ 24 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາ ຮ່າໂນ້ຍ, ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມການນຳ ອາຊຽນ ຢູ່ ຈາກາກຕາ, ອິນໂດເນເຊຍ.
ກອງປະຊຸມການນຳອາຊຽນ. ພາບ: VGP
      ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ແລະ ບັນດາຜູ້ນຳ ອາຊຽນ ໄດ້ສຸມໃສ່ປຶກສາຫາລືແລກປ່ຽນ 3 ເນື້ອໃນຕົ້ນຕໍ ແມ່ນຮ່ວມມືກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນຕ່າງປະເທດຂອງ ອາຊຽນ ແລະ ບັນດາບັນຫາພາກພື້ນ, ສາກົນພວມໄດ້ຮັບຄວາມສົນໃຈ.
            ກ່ຽວກັບສະພາບ ມຽນມາ ແລະ ບົດບາດຂອງ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ຢັ້ງຢືນວ່າ ດ້ວຍຖານະບົດບາດເປັນກຳມະການບໍ່ປະຈຳ ແລະ ພວມແມ່ນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດໃນເດືອນ ເມສາ 2021, ຫວຽດນາມ ໄດ້ມານະພະຍາຍາມສ້າງເງື່ອນໄຂສະດວກ ເພື່ອຊອກຫາມາດຕະການເໝາະສົມໃຫ້ແກ່ສະພາບການຢູ່ ມຽນມາ.
            ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ພົບປະກັບກະສັດ ບຣູໄນ, ປະທານ ອາຊຽນ 2021; ປະທານາທິບໍດີ ອິນໂດເນເຊຍ, ນາຍົກລັດຖະມົນຕີ ກຳປູເຈຍ, ນາຍົກລັດຖະມົນຕີ ສິງກະໂປ, ນາຍົກລັດຖະມົນຕີ ມາເລເຊຍ ແລະ  ເລຂາທິການໃຫຍ່ ອາຊຽນ.
(ແຫຼ່ງຄັດຈາກ VOV)

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນທີ 28 ພະຈິກນີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງໂຕກຽວ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (1973-2023) . ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ເຈົ້າຈັກກະພັດ ຍີ່ປຸ່ນ Akishino ແລະ ເຈົ້າຍິງ, ປະທານສະພາຕ່ຳ ຍີ່ປຸ່ນ Nukaga Fukushiro, ພ້ອມກັບເຈົ້າໜ້າທີ່ຂອງຫວຽດນາມ ແລະ ຍີ່ປຸ່ນ ອີກຫຼາຍທ່ານ.

Top