• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ຮຽກໂຮມຈັດກອງປະຊຸມກັບ 6 ແຂວງເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້

ນີ້ແມ່ນຈຸດເວວລາ “ຮ້ອງເຮັ່ງ”, ທ່ານນາຍົກລັດຖະມົນຕີ ຕ້ອງຈັດກອງປະຊຸມດ່ວນເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໃນສະພາບການໃໝ່.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ. (ພາບ: VGP)

ຕອນເຊົ້າວັນທີ 09 ພຶດສະພາ, ໃນການໄປປະຕິບັດງານຢູ່ບັນດາແຂວງເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ຢູ່ແຂວງ ອານຢາງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຮຽກໂຮມຈັດກອງປະຊຸມທາງອອນລາຍຢ່າງຮີບດ່ວນ ກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ 6 ແຂວງເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້. ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ນີ້ແມ່ນຈຸດເວວລາ “ຮ້ອງເຮັ່ງ”, ທ່ານນາຍົກລັດຖະມົນຕີຕ້ອງຈັດກອງປະຊຸມດ່ວນ ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໃນສະພາບການໃໝ່.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ຊີ້ແຈ້ງວ່າ: ບ່ອນໃດໄດ້ເກີດໂລກລະບາດໃນວົງກວ້າງ, ບໍ່ສາມາດຈັດການເລືອກຕັ້ງ, ເສດຖະກິດຊັກຊ້າຍ້ອນສາຍເຫດອັດຕະວິໄສ, ຕ້ອງປັບໄໝຜູ້ນຳໜ້າທຸກຂັ້ນຢ່າງເດັດຂາດ.

ພ້ອມກັບເລື່ອງຊີ້ແຈ້ງບັນດາສາຍເຫດ ເຊິ່ງເຮັດໃຫ້ສະພາບການແຜ່ລະບາດຂອງໂລກລະບາດຄືໃນປະຈຸບັນ ແມ່ນເລີ່ມມາຈາກຜູ້ເຂົ້າເມືອງ; ປະໝາດ, ຂາດຄວາມລະມັດລະວັງ… ທ່ານນາຍົກລັດຖະມົນຕີໄດ້ຍົກອອກ 8 ໜ້າທີ່ຈຸດສຸຸມ. ຕາມນັ້ນແລ້ວ, ບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ຫົວໜ່ວຍຕ້ອງສືບຕໍ່ປະຕິບັດການປ້ອງກັນ, ຕ້ານໂລກລະບາດ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ດ້ວຍແນວຄິດຊີ້ນຳຕ້ອງຮີບເຮັ່ງ, ຕັ້ງໜ້າ, ຂ້ຽວຂາດ, ມີປະສິດທິຜົນ ແລະ ບັນລຸຜົນສຳເລັດກວ່າອີກ. ບັນດາກຳລັງມີໜ້າຕ້ອງຄວບຄຸ້ມການເຂົ້າເມືອງຢ່າງແໜ້ນແຟ້ນກວ່າ, ໂດຍສະເພາະແມ່ນການເຂົ້າເມືອງ ແລະ ຢູ່ອາໄສຢ່າງຜິດກົດໝາຍ, ຕ້ານການຄ້າເຖື່ອນ…; ຕ້ອງກະກຽມຖ້າເກີດສະພາບການທີ່ທົ່ວປະເທດມີຜູ້ຕິດເຊື້ອພະຍາດ 30.000 ຄົນ ແລະ ສ້າງແຜນການປິ່ນປົວໃນທົ່ວປະເທດ. ກະຊວງສາທາລະນະສຸກສືບຕໍ່ນຳເຂົ້າວັກຊິນ, ຊຸກຍູ້ການຜະລິດວັກຊິນຢູ່ພາຍໃນປະເທດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຈົ່ງສ້າງສະພາບການເປັນປົກກະຕິໂດຍໄວ, ສຸມໃສ່ການຜະລິດດຳເນີນທຸລະກິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ.

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ເຂດຊາຍແດນທິດຕາເວັນຕົກສ່ຽງໃຕ້ຫວຽດນາມ, ເຮັດວຽກກັບກອງບັນຊາການທະຫານຊາຍແດນ ອານຢາງ.

ໃນຮອບເວລາ 10 ວັນຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາໂຄວິດ 19 ລວມ 57 ຄົນໃນຊຸມຊົນ. ທ່ານນາຍົກລັດຖະມົນ ຕີຮຽກຮ້ອງໃຫ້ບັນດາແຂວງບໍ່ຄວນປະໝາດ, ຕ້ອງເລີ່ມເຄື່ອນໄຫວລະບົບປ້ອງກັນ, ຕ້ານໂລກລະບາດທັງໝົດຄືນໃໝ່.

(ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top