• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ເປັນປະທານກອງປະຊຸມ ສະໄໝສາມັນປະຈຳເດືອນ ເມສາ ປີ 2021 ຂອງລັດຖະບານ

      ວັນທີ 5 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້ານມິນຈິ້ງ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ ເມສາ ປີ 2021 ຂອງລັດຖະບານ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ເປັນປະທານກອງປະຊຸມ ສະໄໝສາມັນປະຈຳເດືອນ ເມສາ ປີ 2021
ຂອງລັດຖະບານ (ພາບ: TTXVN)
      ທີ່ກອງປະຊຸມ, ລັດຖະບານ ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບ 8 ເນື້ອໃນ, ໃນນັ້ນ ມີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເມື່ອໂລກລະບາດໂຄວິດ - 19 ນັບມື້ນັບມີການຜັນແປຢ່າງສັບສົນ, ເກີດກໍລະນີຮ້າຍແຮງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຫຼາຍທ້ອງຖິ່ນ ໄດ້ເກີດບັນດາກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ. ພ້ອມກັນນັ້ນ, ລັດຖະບານ ກໍ່ໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ຮັບປະກັນການຈັດຕັ້ງເຫດການການເມືອງທີ່ສຳຄັນ ທີ່ຈະດຳເນີນໃນເດືອນນີ້ ໃຫ້ປະສົບຜົນສຳເລັດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:
            ບັນດາອົງການລັດຖະບານຕ້ອງສຸມໃສ່ຂົງເຂດຄຸ້ມຄອງລັດ, ເພີ່ມທະວີການຕິດຕາມກວດກາ. ແກ້ໄຂບັນດາບັນຫາໂດຍພຶດຕິກຳຕົວຈິງວາງອອກ. ບັນດາກະຊວງ, ຂະແໜງການຕ້ອງສົມທົບກັນແກ້ໄຂກົນໄກ, ນະໂຍບາຍ, ສ້າງເຄື່ອງມື ເພື່ອເພີ່ມທະວີການຕິດຕາມກວດກາ.
            ແລະກໍ່ໃນກອງປະຊຸມ, ລັດຖະບານໄດ້ຮັບຟັງ ແລະ ປຶກສາຫາລື ກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນເມສາ, 4 ເດືອນຕົ້ນປີ 2021 ແລະ ບາງເນື້ອໃນສຳຄັນອື່ນໆ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top