• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໂອ້ລົມສົນທະນາກັບແມ່ຍິງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການພັດທະນາ

ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຮັບປະກັນຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ເພື່ອຄວາມກ້າວໜ້າຂອງແມ່ຍິງ
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມທີ່ກອງປະຊຸມ (ພາບ: VGP)  

ຕອນເຊົ້າວັນທີ 15 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມໂອ້ລົມສົນທະນາກັບແມ່ຍິງ ຫວຽດນາມ ດ້ວຍຫົວຂໍ້ “ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເສີມຂະຫຍາຍບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດ - ສັງຄົມ”. ມີຜູ້ແທນກວ່າ 300 ຄົນເຂົ້າຮ່ວມສະຖານທີ່ຖ່າຍຖອດຫຼັກຢູ່ ຮ່າໂນ້ຍ ແລະ ມີແມ່ຍິງກວ່າ 5.000 ຄົນເຊິ່ງແມ່ນພະນັກງານ, ສະມາຊິກແມ່ຍິງ, ນັກທຸລະກິດຍິງ, ແມ່ຍິງດີເດັ່ນ... ໃນຂົງເຂດຕ່າງໆໄດ້ເຂົ້າຮ່ວມຢູ່ສະຖານທີ່ເຊື່ອມຕໍ່ໃນຢູ່ທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຮັບປະກັນຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ເພື່ອຄວາມກ້າວໜ້າຂອງແມ່ຍິງ ດ້ວຍຫຼາຍນະໂຍບາຍ, ແຜນນະໂຍບາຍກ່ຽວກັບການສຶກສາ, ເບິ່ງແຍງດູແລສຸຂະພາບ, ໜູນຊ່ວຍແມ່ຍິງໃນການສ້າງວຽກເຮັດງານທຳ, startup… ດ້ວຍບັນດານະໂຍບາຍນັ້ນ, ຫວຽດນາມ ໄດ້ສ້າງສະພາບແວດລ້ອມ, ເງື່ອນໄຂສະດວກເພື່ອໃຫ້ແມ່ຍິງນັບມື້ນັບຢັ້ງຢືນທີ່ຕັ້ງ, ບົດບາດ ແລະ ມີກາລະໂອກາດຫຼາຍກວ່າເພື່ອປະກອບສ່ວນໃຫ້ແກ່ຄອບຄົວ, ວົງຄະນະຍາດ ແລະ ສັງຄົມ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫວຽດນາມ ຍັງມີຫຼາຍວຽກງານຕ້ອງເຮັດ ເພື່ອນຳມາເຊິ່ງຊີວິດທີ່ດີງາມກວ່າໃຫ້ແກ່ແມ່ຍິງ.

“ການໂອ້ລົມສົນທະນາໃນມື້ນີ້ ແມ່ນເພື່ອຮັບຟັງ, ແບ່ງປັນ, ພ້ອມກັບແກ້ໄຂ ແລະ ພ້ອມກັນມີຄວາມຮັບຜິດຊອບໃນການປະຕິບັດບັນດາເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພື່ອຄວາມກ້າວໜ້າຂອງແມ່ຍິງຢູ່ 3 ໝວດຫົວຂໍ້ຄື: ແມ່ຍິງກັບການພັດທະນາເສດຖະກິດ; ແມ່ຍິງ ແລະ ບັນດາບັນຫາຮັບປະກັນຊີວິດສັງຄົມ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ; ແມ່ຍິງ ແລະ ລຸ້ນອະນາຄົດ. ພວກເຮົາຕ້ອງຫວນຄືນວຽກງານທີ່ເຮັດໄດ້ ແລະ ຍັງບໍ່ທັນເຮັດໄດ້ ເພື່ອສືບຕໍ່ມີມາດຕະການແກ້ໄຂ ຊ່ວຍປັບປຸງ, ສ້າງກຳລັງໜູນໃນການເຮັດວຽກ, ການອຸທິດຕົນຂອງແມ່ຍິງ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top