• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບເອກອັກຄະລັດຖະທູດ ຫວຽດນາມ ປະຈຳບັນດາປະເທດເອີລົບ

ປະຈຸບັນ, ຫວຽດນາມ ໄດ້ ແລະ ພວມຄວບຄຸມໂລກລະບາດໂຄວິດ -19, ປະຕິບັດຍຸດທະສາດຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບເອກອັກຄະລັດຖະທູດ ຫວຽດນາມ ປະຈຳບັນດາປະເທດເອີລົບ)

ຕອນບ່າຍວັນທີ 04 ພະຈິກ (ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບເອກອັກຄະລັດຖະທູດ ຫວຽດນາມ ປະຈຳບັນດາປະເທດເອີລົບ 11 ທ່ານ. ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຍ້ອງຍໍຊົມເຊີຍເອກອັກຄະລັດຖະທູດທີ່ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ຂະແໜງການທູດ ແລະ ປະເທດຊາດ, ໂດຍສະເພາະແມ່ນການທູດວັກຊິນ ໃນໄລຍະຜ່ານມາ; ພ້ອມກັນນັ້ນ ທ່ານກໍ່ແບ່ງປັນຄວາມຫຍຸ້ງຍາກຂອງບັນດາເອກອັກຄະລັດຖະທູດ ຍ້ອນຕ້ອງປະຕິບັດງານ, ເຄື່ອນໄຫວໃນເງື່ອນໄຂເກີດໂລກລະບາດໂຄວິດ-19.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ ດ້ວຍບົດບາດເປັນຜູ້ຕາງໜ້າໃຫ້ແກ່ ຫວຽດນາມ ປະຈຳຫຼາຍປະເທດ, ປະຕິບັດແນວທາງການຕ່າງປະເທດໃຫ້ເປັນຢ່າງດີ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ. ຫວຽດນາມ ຢຶດໝັ້ນ, ເດັດດ່ຽວປົກປັກຮັກສາເອກະລາດ, ຜືນແຜ່ນດິນອັນຄົບຖ້ວນດ້ວຍມາດຕະການໂດຍສັນຕິວິທີ; ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ.

        ປະຈຸບັນ, ຫວຽດນາມ ໄດ້ ແລະ ພວມຄວບຄຸມໂລກລະບາດໂຄວິດ -19, ປະຕິບັດຍຸດທະສາດຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ; ຄ່ອຍໆເປີດປະຕູ, ພັດທະນາເສດຖະກິດ - ສັງຄົມເທື່ອລະກ້າວ. ສະນັ້ນ, ສະເໜີໃຫ້ບັນດາເອກອັກຄະລັດຖະທູດ, ດ້ວຍການເຄື່ອນໄຫວຂອງຕົນ ຈົ່ງແນະນຳ, ໂຄສະນາ ເພື່ອໃຫ້ນັກທ່ອງທ່ຽວໄປທ່ຽວຢູ່ ຫວຽດນາມ ຄືນໃໝ່; ສືບຕໍ່ນຳໃຊ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ເພື່ອຊຸກຍູ້ການນຳເຂົ້າ-ສົ່ງອອກ ຂອງສິນຄ້າ ຫວຽດນາມ ໄປຍັງບັນດາປະເທດ ເອີລົບ ຢ່າງມີປະສິດທິຜົນ; ພິເສດແມ່ນປະຕິບັດວຽກງານເບິ່ງແຍງດູແລປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ວຽກງານປົກປ້ອງພົນລະເມືອງໃນສະພາບການໃໝ່.

        ຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ພາກພື້ນ ເອີລົບ, ເຊິ່ງໄດ້ດຳເນີນຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳຝລັ່ງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top