• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ

ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ສະພາບເສດຖະກິດ - ສັງຄົມໃນໄລຍະ 7 ເດືອນຕົ້ນປີ 2022 ຂອງ ຫວຽດນາມ ສືບຕໍ່ມີຄວາມຈະເລີນເຕີບໂຕ
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)  

ຕອນບ່າຍວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ. ກອງປະຊຸມໄດ້ເຊື່ອມຕໍ່ລະຫວ່າງສຳນັກງານກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ກັບ 62 ສະຖານທີ່ເຊື່ອມຕໍ່ຮັບຜິດຊອບ 176 ຕະຫຼາດຢູ່ຫຼາຍປະເທດໃນໂລກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖືວ່າ, ສະພາບການໂລກມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນໄດ້, ສົ່ງຜົນສະທ້ອນເຖິງເສດຖະກິດທົ່ວໂລກ ກໍຄືແຕ່ລະປະເທດ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ສະພາບເສດຖະກິດ - ສັງຄົມໃນໄລຍະ 7 ເດືອນຕົ້ນປີ 2022 ຂອງ ຫວຽດນາມ ສືບຕໍ່ມີຄວາມຈະເລີນເຕີບໂຕ, ບັນລຸຜົນງານຕັ້ງໜ້າຢູ່ເກືອບທຸກຂົງເຂດ, ເຊິ່ງໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ວິສາຫະກິດ, ນັກລົງທຶນ.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ສະພາບການໂລກ, ພາກພື້ນໃນໄລຍະຈະມາເຖິງສືບຕໍ່ມີການຜັນແປຢ່າງໄວ, ຍາກທີ່ຈະຄາດຄະເນໄດ້ນັ້ນ, ຮຽກຮ້ອງໃຫ້ຂະແໜງອຸດສາຫະກຳ-ການຄ້າ ຫວຽດນາມ ເວົ້າລວມ ແລະ ທັງລະບົບອົງການການຄ້າປະຈຳຕ່າງປະເທດເວົ້າສະເພາະ ຕ້ອງຕັ້ງໜ້າ, ເປັນເຈົ້າການໃນວຽກງານໜູນຊ່ວຍວິສາຫະກິດ, ນຳໃຊ້ກາລະໂອກາດຈາກບັນດາສັນຍາການຄ້າເສລີລຸ້ນໃໝ່ ເຊິ່ງ ຫວຽດນາມ ເປັນສະມາຊິກໃຫ້ຫຼາຍກວ່າເກົ່າ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ການນຳບັນດາກະຊວງ, ຂະແໜງການ, ອົງການການຄ້າ ຫວຽດນາມ ປະຈຳຕ່າງປະເທດ ສະເໜີມາດຕະການແກ້ໄຂຢ່າງລະອຽດເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top