• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີ WEF ນຳເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນເປັນເຫດການປະຈຳປີ

ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍເຊື່ອມຕໍ່ WEF ກັບບັນດາວິສາຫະກິດພາກເອກະຊົນ, ເພື່ອສ້າງເປັນເຄືອຂ່າຍຄູ່ຮ່ວມມືວິສາຫະກິດຂອງ WEF ຢູ່ ຫວຽດນາມ.
(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບທ່ານ Stephan Mergenthaler, ຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ (WEF)

ຕອນເຊົ້າວັນທີ 26 ພະຈິກ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດ ລະດູໃບໄມ້ຫຼົ່ນປີ 2025 ດ້ວຍຫົວຂໍ້ “ການຫັນເປັນສີຂຽວໃນສັງກາດດີຈີຕອນ” ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Stephan Mergenthaler, ຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ (WEF).

        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ບົນພື້ນຖານຜົນສຳເລັດຂອງເວທີປາໄສລະດູໃບໄມ້ຫຼົ່ນປີ 2025 ນີ້, ສະເໜີໃຫ້ WEF ສືບຕໍ່ຄົ້ນຄວ້າ, ພິຈາລະນາຂໍ້ສະເໜີຂອງ ຫວຽດນາມ ຕໍ່ເລື່ອງນຳເວທີປາໄສລະດູໃບໄມ້ຫຼົ່ນຢູ່ ຫວຽດນາມ ແມ່ນເຫດການປະຈຳປີຂອງ WEF. ພ້ອມກັນນັ້ນ, ທ່ານກໍ່ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍເຊື່ອມຕໍ່ WEF ກັບບັນດາວິສາຫະກິດພາກເອກະຊົນ, ເພື່ອສ້າງເປັນເຄືອຂ່າຍຄູ່ຮ່ວມມືວິສາຫະກິດຂອງ WEF ຢູ່ ຫວຽດນາມ.

        ສ່ວນທ່ານ Stephan Mergenthaler ຢືນຢັນວ່າ WEF ຈະສືບຕໍ່ໜູນຊ່ວຍ, ຮ່ວມມື ແລະ ເຊື່ອມຕໍ່ ຫວຽດນາມ ກັບເຄືອຂ່າຍຂອງ WEF ຢ່າງເລິກເຊິ່ງ, ກວ້າງຂວາງກວ່າ; ທ່ານປາດຖະໜາວ່າຈະມີການເຂົ້າຮ່ວມຂອງວິສາຫະກິດພາກເອກະຊົນ ຫວຽດນາມ ຢູ່ WEF ຫຼາຍກວ່າອີກໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ, ຮີບເຮັ່ງຮັບມືກັບພາຍຸ Koto

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ, ຮີບເຮັ່ງຮັບມືກັບພາຍຸ Koto

ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ.

Top