• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ ສ.ເກົາຫຼີ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ຮ່ວມມືດ້ານການທ່ອງທ່ຽວ.
  (ທີ່ການຕ້ອນຮັບ)  

ທີ່ການຕ້ອນຮັບທ່ານ Park Chang Dal, ທູດພິເສດຂອງທ່ານປະທານາທິບໍດີ ສ.ເກົາຫຼີ, ພວມປະຕິບັດງານຢູ່ ຫວຽດນາມ (ແຕ່ວັນທີ 20 – 30 ກໍລະກົດ), ຕອນບ່າຍວັນທີ 29 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ຮ່ວມມືດ້ານການທ່ອງທ່ຽວ. ທ່ານກໍ່ສົ່ງເສີມໃຫ້ 2 ຝ່າຍຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ, ກໍຄືເລື່ອງ ສ.ເກົາຫຼີ ໜູນຊ່ວຍ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ; ບົດຮຽນໃນການຄຸ້ມຄອງ…

ສ່ວນ ທ່ານ Park Chang Dal ປາດຖະໜາຢາກພ້ອມກັບ ຫວຽດນາມ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ພັດທະນາຫຼາຍກວ່າໃນໄລຍະຈະມາເຖິງ.

ແລະກໍ່ໃນຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້້ຕ້ອນຮັບຮອງປະທານກຸ່ມບໍລິສັດ Dunamu ແລະ ຮອງປະທານກຸ່ມບໍລິສັດ Hana ຂອງ ສ.ເກົາຫຼີ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ໜ້າທີ່ວຽກງານຊົນເຜົ່າ ແລະ ສາສະໜາມີຄວາມສຳຄັນພິເສດ

ໜ້າທີ່ວຽກງານຊົນເຜົ່າ ແລະ ສາສະໜາມີຄວາມສຳຄັນພິເສດ

ພັກ, ລັດ ຫວຽດນາມ ຍາມໃດກໍ່ຢືນຢັນໜ້າທີ່ວຽກງານຊົນເຜົ່າ ແລະ ສາສະໜາແມ່ນໜ້າທີ່ມີຄວາມໝາຍສຳຄັນພິເສດ.

Top