• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ANC ຊາບເລື່ອງ ຫວຽດນາມ ແລະ ອາຟະລິກາ ໄດ້ຖະແຫຼງຍົກລະດັບການພົວພັນ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ
(ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Fikile Mbalula, ເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາ)

ໃນລາຍການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດ ແລະ ຫາກໍ່ພົ້ນເດັ່ນ (G20) ແລະ ການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້, ຕອນບ່າຍວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Johannesburg, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Fikile Mbalula, ເລຂາທິການໃຫຍ່ພັກກອງປະຊຸມໃຫຍ່ຊົນຊາດ ອາຟະລິກາ (ANC).

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ANC ຊາບເລື່ອງ ຫວຽດນາມ ແລະ ອາຟະລິກາ ໄດ້ຖະແຫຼງຍົກລະດັບການພົວພັນ ຫວຽດນາມ - ອາຟະລິກາໃຕ້ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນການຢ້ຽມຢາມຄັ້ງນີ້; ທ່ານສະເໜີໃຫ້ພັກ ANC ດ້ວຍບົດບາດຂອງຕົນ ຊຸກຍູ້ບັນດາກະຊວງ, ຂະແໜງການ, ອົງການຂອງ ອາຟະລິກາໃຕ້ ຫັນຂອບເຂດການຮ່ວມມືດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນ Pretoria, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ອາຟະລິກາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top