ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມທາງໄກຄັ້ງທີ 23 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບ ການປ້ອງກັນ, ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ເຊິ່ງຈັດຂຶ້ນໃນຕອນຄ່ຳວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ.
ຕາມບົດລາຍງານ, ໃນອາທິດຜ່ານມາ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ປະຕິບັດສຳເລັດ 85/99 ໜ້າທີ່ (ເພີ່ມຂຶ້ນ 30 ໜ້າທີ່ເມື່ອທຽບໃສ່ອາທິດກ່ອນ), ພວມສືບຕໍ່ຜັນຂະຫຍາຍ 14 ໜ້າທີ່ຕາມລະດັບຄວາມຄືບໜ້າທີ່ນາຍົກລັດຖະມົນຕີມອບໝາຍໃຫ້.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ພ້ອມກັບການຫັນປ່ຽນຢ່າງຕັ້ງໜ້າໃນການຈັດການແກ້ໄຂການລະເມີດກົດໝາຍກ່ຽວກັບການຂຸດຄົ້ນ IUU, ຍັງມີ 5 ທ້ອງຖິ່ນທີ່ຍັງບໍ່ທັນປະຕິບັດສຳເລັດການຈັດການແກ້ໄຂການລະເມີດການບໍລິຫານ, ແມ່ນ: ແຄ໊ງຮ່ວາ, ນະຄອນ ໂຮ່ຈີມິນ, ກ່າເມົາ, ອານຢາງ, ໄຕນິງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນອາທິດຈະມາເຖິງ, 5 ແຂວງ, ນະຄອນຕ້ອງແກ້ໄຂບັນຫາທີ່ຍັງຄົງຄ້າງນີ້ຢ່າງເດດຂາດ.
“ຜູ້ນຳໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຮັບຜິດຊອບໂດຍກົງ, ຮອບດ້ານ ຖ້າປະໃຫ້ເກີດສະພາບກຳປັ່ນຫາປາລະເມີດ ຫຼື ເຮັດໃຫ້ການແກ້ໄຂ “ບັດເຫຼືອງ” ຊັກຊ້າ. ປະຕິບັດຢ່າງເຂັ້ມງວດ, ອັບເດດຂໍ້ມູນໃນບັນດາຖານຂໍ້ມູນອາຊີບການປະມົງ, ຖານຂໍ້ມູນແຫ່ງຊາດກ່ຽວກັບອາຊີບການປະມົງຢ່າງຄົບຖ້ວນ, ຈັດການແກ້ໄຂການລະເມີດການບໍລິຫານໃນຂົງເຂດສິນໃນນ້ຳ”.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າການ, ສົມທົບກັບກະຊວງປ້ອງກັນປະເທດ ຜັນຂະຫຍາຍ, ປະຕິບັດລະບຽບຂໍ້ກຳນົດສົມທົບລະຫວ່າງຂະແໜງກ່ຽວກັບການຕ້ານການຂຸດຄົ້ນ IUU ໃຫ້ມີປະສິດທິຜົນ.
ນະທີ່ນີ້, ອີກເທື່ອໜຶ່ງ, ທ່ານນາຍົກລັດຖະມົນຕີ ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງກັບພໍ່ແມ່ປະຊາຊົນ, ອຳນາດການປົກຄອງບັນດາທ້ອງຖິ່ນ ທີ່ຖືກຜົນເສຍຫາຍຈາກຝົນຕົກນ້ຳຖ້ວມ, ໂດຍສະເພາະແມ່ນຍາດພີ່ນ້ອງບັນດາຄອບຄົວທີ່ມີຜູ້ເສຍຊີວິດ, ຫາຍສາບສູນ ແລະ ບາດເຈັບ. ຜ່ານນັ້ນ, ກໍຮຽກຮ້ອງປະຊາຄົມວິສາຫະກິດ, ນັກທຸລະກິດ, ປະຊາຊົນໃນທົ່ວປະເທດ, ບັນດາຜູ້ໃຈບຸນໃຈກຸສົນຮ່ວມແຮງຮ່ວມໃຈ, ຊ່ວຍເຫຼືອ, ແບ່ງປັນກັບພໍ່ແມ່ປະຊາຊົນພາກກາງ ຫວຽດນາມ ໃນຍາມປະສົບກັບຄວາມຫຍຸ້ງຍາກນີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ອຳນາດການປົກອງທ້ອງຖິ່ນທີ່ຖືກຜົນກະທົບນັ້ນ ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ ເພື່ອພາປະຊາຊົນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ








