• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຕ້ອງສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ແກ່ຜູ້ມີອາຍຸ 18 ປີຂຶ້ນໄປໃນປີ 2021 ໂດຍພື້ນຖານ

      ໃນເດືອນທັນວານີ້, ຕ້ອງສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໃຫ້ສຳເລັດໂດຍພື້ນຖານ, ພ້ອມທັງສ້າງແຜນການລະອຽດ ເພື່ອສັກເຂັມທີ 3.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ
(ພາບ: TTXVN)
      ຕອນເຊົ້າວັນທີ 05 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມກ່ຽວກັບການນຳເຂົ້າ, ຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ຜະລິດວັກຊິນ ແລະ ຢາປິ່ນປົວໂຄວິດ-19.
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ ລັດຖະບານ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳວຽກງານຜັນຂະຫຍາຍຍຸດທະສາດວັກຊິນຢ່າງຂ້ຽວຂາດ. ໃນເດືອນທັນວານີ້, ຕ້ອງສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໃຫ້ສຳເລັດໂດຍພື້ນຖານ, ພ້ອມທັງສ້າງແຜນການລະອຽດ ເພື່ອສັກເຂັມທີ 3. ເລື່ອງສັກວັກຊິນໃຫ້ເດັກອາຍຸ 12 ປີຂຶ້ນໄປ ຕ້ອງຕັ້ງໜ້າຜັນຂະຫຍາຍໃຫ້ໄວກວ່າອີກ, ແຕ່ຕ້ອງຮັບປະກັນຄວາມປອດໄພ, ມີປະສິດທິຜົນ, ມີວິທະຍາສາດ ເພື່ອເປີດປະຕູໂຮງຮຽນຄືນໃໝ່. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວວ່າ:
      “ໃນເດືອນ ທັນວາ ນີ້ຕ້ອງປະຕິບັດການສັກວັກຊິນເຂັມທີ 2 ໃຫ້ຜູ້ມີອາຍຸ 18 ປີຂຶ້ນໄປໃຫ້ສຳເລັດ. ຕັ້ງໜ້າສັກວັກຊິນເຂັມທີ 3, ອີິງໃສ່ເປົ້າໝາຍໃຫ້ບຸລິມະສິດ, ມີຄວາມຕ້ອງການຢູ່ແຕ່ລະເຂດ, ທ້ອງຖິ່ນ ຢ່າງມີໄວພິບ, ແຕ່ຕ້ອງປະຕິບັດໃນທັນທີ. ຍ້ອນວັກຊິນ ແລະ ສະຕິຄວາມຮັບຮູ້ຂອງປະຊາຊົນ, ບວກກັບບັນດາມາດຕະການປິ່ນປົວອີກ, ນີ້ແມ່ນໜ້າທີ່ສຳຄັນຍິ່ງໃນການປ້ອງກັນ, ຕ້ານໂລກລະບາດໃນປະຈຸບັນ”
        ກ່ອນໜ້ານັ້ນ, ວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຊັນໂທລະເລກສົ່ງເຖິງບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ; ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດ. ໂທລະເລກຊີ້ແຈ້ງວ່າ: ເພື່ອສືບຕໍ່ຄວບຄຸມ, ພ້ອມກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນປະຕິບັດຖືກຕ້ອງ ຕາມຈິດໃຈຂອງມະຕິເລກທີ 128 ຂອງລັດຖະບານ; ເປັນເຈົ້າການຕີລາຄາລະດັບຄວາມສ່ຽງໃຫ້ຕິດແທດກັບສະພາບຕົວຈິງ ເພື່ອຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານໂລກລະບາດໃຫ້ເໝາະສົມ, ບໍ່ຂັດຂວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ສົ່ງຜົນກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນ.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top