• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຍົກສູງຄຸນນະພາບຂໍ້ລິເລີ່ມເພື່ອນຳເຂົ້າການອອກແຮງງານທຳການຜະລິດໃນທັນທີ

ລາຍການດັ່ງກ່າວໄດ້ປຸກລະດົມພາຍຫຼັງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ບັນລຸຜົນສຳເລັດ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ລາຍການ)

ຕອນເຊົ້າວັນທີ 28 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມລາຍການ “75.000 ຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ການພັດທະນາ” ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຂຶ້ນ. ລາຍການດັ່ງກ່າວໄດ້ປຸກລະດົມພາຍຫຼັງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ບັນລຸຜົນສຳເລັດ ແລະ ພາຍຫຼັງ 80 ວັນແຫ່ງການແຂ່ງຂັນຈຸດສຸມ, ໄດ້ມີກວ່າ 250.000 ຂໍ້ລິເລີ່ມເຂົ້າຮ່ວມດ້ວຍເນື້ອໃນທີ່ອຸດົມສົມບູນໃນຫຼາຍຂົງເຂດ, ຂະແໜງ, ອາຊີບ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ພັກ ແລະ ລັດ ຍາມໃດກໍ່ຖືຂໍ້ລິເລີ່ມ, ບົດຮຽນປະສົບການຂອງປະຊາຊົນທຸກຊັ້ນວັນນະເປັນສຳຄັນ, ໂດຍສະເພາະແມ່ນຂໍ້ລິເລີ່ມ, ບົດຮຽນປະສົບການຈາກຜູ້ອອກແຮງງານ. ທ່ານນາຍົກລັດຖະມົນຕີຫວັງວ່າ ລາຍການຈະໄດ້ຮັບການເສີມຂະຫຍາຍຢ່າງແຮງ, ບັນລຸປະສິດທິຜົນ, ແທດຈິງ, ປະກອບສ່ວນໃຫ້ແກ່ແຕ່ລະອົງການ, ຫົວໜ່ວຍ, ສ່ວນບຸກຄົນໃຫ້ຫຼາຍກວ່າອີກ; ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງຈະມີຂໍ້ລິເລີ່ມ, ມາດຕະການແກ້ໄຂທີ່ເປັນປະໂຫຍດ, ແທດຈິງຫຼາຍຢ່າງໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ໃນວິວັດທະນາການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ ເພື່ອນຳມາເຊິ່ງປະສິດທິຜົນສູງສຸດໃຫ້ແກ່ປະເທດຊາດ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top