• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ: ລັດຖະບານສືບຕໍ່ສ້າງເງື່ອນໄຂຢ່າງສຸດຂີດເພື່ອໃຫ້ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງຍູ້ໂລກລະບາດໂຄວິດ - 19 ຖອຍໄປໂດຍໄວ

      ຕອນຄ່ຳວັນທີ 23 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເປັນປະທານກອງປະຊຸມແບບທາງໄກ ລະຫວ່າງຄະນະປະຈຳລັດຖະບານ ກັບ 21 ແຂວງ, ນະຄອນທາງພາກໃຕ້ ແລະ ຕອນໃຕ້ພາກກາງ ທີ່ໂຄວິດ - 19 ພວມແຜ່ລະບາດຢ່າງສັບສົນ ເພື່ອຕີລາຄາກ່ຽວກັບສະພາບການ ພາຍຫຼັງປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ໂທລະເລກອອກວັນທີ 21 ກໍລະກົດ ຂອງຄະນະປະຈຳຄະນະເລຂາສູນກາງພັກທີ່ໄດ້ປະກາດໃຊ້ໃນວັນທີ 21 ກໍລະກົດ ກ່ຽວກັບການສືບຕໍ່ເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
        ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ຢັ້ງຢືນວ່າໃຫ້ບຸລິມະສິດອັນດັບໜຶ່ງໃຫ້ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທີ່ໂລກລະບາດພວມມີການຜັນແປຢ່າງສັບສົນໃນຈຸດເວລານີ້ ແມ່ນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ແຕ່ບ່ອນໃດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ ຍັງສືບຕໍ່, ຟື້ນຟູການຜະລິດ. ລັດຖະບານ ສືບຕໍ່ສ້າງເງື່ອນໄຂຢ່າງສຸດຂີດເພື່ອໃຫ້ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ, ນຳຊີວິດ ແລະ ການຜະລິດກັບຄືນສູ່ເປັນປົກກະຕິໂດຍໄວ. ເພື່ອປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງເພີ່ມທະວີການເຄື່ອນໄຫວຂອງບັນດາໜ່ວຍງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນຊຸມຊົນ; ສືບຕໍ່ສ້າງຕັ້ງບັນດາສູນກູ້ໄພກູ້ຊີບ, ຊ່ວຍເຫຼືອປະຊາຊົນ ແລະ ວິສາຫະກິດ; ກະກຽມແຫຼ່ງຊັບພະຍາກອນມະນຸດ, ພື້ນຖານທາງດ້ານວັດຖຸ, ປະກອບວັດຖຸອຸປະກອນການແພດຢ່າງທັນການ ແລະ ພຽງພໍ ເພື່ອຮັບປະກັນການສັບຊ້ອນແຫຼ່ງກຳລັງໃຫ້ເໝາະສົມ, ມີປະສິດທິຜົນ ແລະ ປະຢັດມັດທະຍັດ, ໃນນັ້ນ ຖືການປົກປັກຮັກສາສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນ ແມ່ນສຳຄັນເໜືອກວ່າສິ່ງໃດໝົດ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top