• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: 2024 ແມ່ນມີເພີ່ມຄວາມວ່ອງໄວເພື່ອຜັນຂະຫຍາຍບັນດາກິດຈະກຳ, ໂຄງການຄົມມະນາຄົມ

ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ປີ 2024, ບັນດາສະມາຊິກໃນຄະນະຊີ້ນຳ, ກະຊວງ, ຂະແໜງການ, ຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາ, ອອກແບບ, ຕິດຕາມ ຈະປະຕິບັດສຳເລັດໜ້າທີ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມເປັນຢ່າງດີ
(ກອງປະຊຸມໄດ້ຈັດຂຶ້ນແບບເຊິງໜ້າ ສົມທົບກັບທາງໄກ)

ຕອນເຊົ້າວັນທີ 16 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ, ເປັນປະທານກອງປະຊຸມຄັ້ງທີ 9 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບເຊິງໜ້າ ສົມທົບກັບທາງໄກ, ຈາກສຳນັກງານລັດຖະບານ ເຊື່ອມຕໍ່ກັບ 46 ແຂວງ, ນະຄອນຂຶ້ນກັບສູນກາງ ທີ່ພວມມີບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປີ 2024 ໄດ້ກຳນົດວ່າແມ່ນປີເພີ່ມຄວາມວ່ອງໄວປະຕິບັດບັນດາກິດຈະກຳຄົມມະນາຄົມຈຸດສຸມ.  ຖ້າໄດ້ປ່ອຍເງິນລົງທຶນ 422.000 ຕື້ດົ່ງ (ກວ່າ 17,2 ຕື້ USD) ທຶນລົງທຶນໃຫ້ແກ່ບັນດາໂຄງການຄົມມະນາຄົມປີ 2024 ຈະປະກອບສ່ວນຊຸກຍູ້ການເຕີບໂຕ, ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ, ສ້າງການພັດທະນາໃໝ່ໃຫ້ບັນດາທ້ອງຖິ່ນ, ເຂດພາກ ແລະ ທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ລະອຽດໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ:

“ຕ້ອງຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ກໍ່ສ້າງສຳເລັດຖືກຕາມຈິດໃຈ, ໝາຍຄວາມວ່າຖືກຕາມຄວາມຄືບໜ້າ, ຍົກສູງຄຸນນະພາບ, ຮັບປະກັນດ້ານເຕັກນິກ, ສິລະປະກຳ, ຮັບປະກັນຄວາມປອດໄພ, ຮັບປະກັນລັກອະນາໄມສິ່ງແວດລ້ອມ ແລະ ຮັບປະກັນສະອາດ, ມີສີຂຽວ, ສວຍງາມໃຫ້ແກ່ປະເທດຊາດ. ປະສົບກັບຄວາມຫຍຸ້ງຍາກຢູ່ຂອດໃດ, ຕ້ອງແກ້ໄຂຢູ່ຂອດນັ້ນ, ຕ້ອງເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນເຊິ່ງກັນແລະກັນ ເພື່ອແກ້ໄຂວຽກງານຕາມສິດ, ປະຕິບັດວຽກງານໂດຍມີຈຸດສຸມ”.

ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ປີ 2024, ບັນດາສະມາຊິກໃນຄະນະຊີ້ນຳ, ກະຊວງ, ຂະແໜງການ, ຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາ, ອອກແບບ, ຕິດຕາມ ຈະປະຕິບັດສຳເລັດໜ້າທີ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມເປັນຢ່າງດີ, ປະຕິບັດເປົ້າໝາຍຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ໃຫ້ສຳເລັດໂດຍໄວ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ ປີ 2026 ໄດ້​ເປີດ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບ​ບໍ​ລິ​ຫານ​ຕົວ​ເມືອງ​ທັນ​ສະ​ໄໝ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ຍາວ.

Top