• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບເຄືອຂ່າຍນະວັດຕະກຳ ຫວຽດນາມ ຢູ່ ເອີລົບ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງກະຊວງແຜນການ ແລະ ການລົງທຶນ ໃນການສ້າງ ແລະ ພັດທະນາບັນດາເຄືອຂ່າຍນະວັດຕະກຳ ຫວຽດນາມ ໃນໄລຍະຜ່ານມາ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ)

 ໃນຂອບເຂດການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການ, ຕອນບ່າຍວັນທີ 19 ມັງກອນ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ປຣາຮາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ເຮັດວຽກກັບເຄືອຂ່າຍນະວັດຕະກຳ ຫວຽດນາມ ແລະ ນັກຊ່ຽວຊານຊາວ ຫວຽດນາມ ຢູ່ ເອີລົບ.

        ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງກະຊວງແຜນການ ແລະ ການລົງທຶນ ໃນການສ້າງ ແລະ ພັດທະນາບັນດາເຄືອຂ່າຍນະວັດຕະກຳ ຫວຽດນາມ ໃນໄລຍະຜ່ານມາ; ທ່ານສະເໜີໃຫ້ບັນດາສະມາຊິກຂອງເຄືອຂ່າຍສືບຕໍ່ຍູ້ແຮງການເຊື່ອມຕໍ່ກັບສູນນະວັດຕະກຳແຫ່ງຊາດ. ທ່ານມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ບັນດາອົງການກ່ຽວຂ້ອງ ສືບຕໍ່ຕິດຕໍ່, ເພີ່ມທະວີກັບບັນດາສະມາຊິກເຄືອຂ່າຍ, ປັນຍາຊົນ, ນັກຊ່ຽວຊານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຫັນລາຍການ, ແນວຄວາມຄິດເປັນລະອຽດ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ ເພື່ອກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

ການຢ້ຽມຢາມປະກອບສ່ວນເຮັດຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນລະຫວ່າງ 2 ປະເທດໃນເດືອນ ທັນວາ 2025 ໃຫ້ເປັນລະອຽດ ແລະ ເລິກເຊິ່ງຂຶ້ນຕື່ມ.

Top