• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 10 ຂອງສະພາແຂ່ງຂັນ - ມອບລາງວັນສູນກາງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ຍ້ອນຄວາມມານະພະຍາຍາມຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດ, ມີຈຸດສຸມ, ຈຸດໃຈກາງບັນດາໜ້າທີ່, ຫວຽດນາມ ໄດ້ປະຕິບັດບັນດາເປົ້າໝາຍລວມທີ່ໄດ້ວາງອອກໃນປີນີ້ໂດຍພື້ນຖານ.
(ທີ່ກອງປະຊຸມຄັ້ງທີ 10 ຂອງສະພາແຂ່ງຂັນ - ມອບລາງວັນສູນກາງ)

ຕອນເຊົ້າວັນທີ 09 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 10 ຂອງສະພາແຂ່ງຂັນ - ມອບລາງວັນສູນກາງ.

ກ່າວຄຳເຫັນເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ຍ້ອນຄວາມມານະພະຍາຍາມຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດ, ມີຈຸດສຸມ, ຈຸດໃຈກາງບັນດາໜ້າທີ່, ຫວຽດນາມ ໄດ້ປະຕິບັດບັນດາເປົ້າໝາຍລວມທີ່ໄດ້ວາງອອກໃນປີນີ້ໂດຍພື້ນຖານກ່ຽວກັບການພັດທະນາເສດຖະກິດ, ສັງຄົມ, ການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຊຸກຍູ້ການພົວພັນຕ່າງປະເທດ. ບັນດາໝາກຜົນທີ່ບັນລຸໄດ້ນັ້ນແມ່ນມີການປະກອບສ່ວນຢ່າງຕັ້ງໜ້າ, ສຳຄັນຂອງບັນດາຂະບວນການຮັກຊາດ.

ທ່ານນາຍົກລັດຖະມົນຕີກໍ່ຊີ້ແຈ້ງວ່າ, ການຕີລາຄາສະພາບການແຂ່ງຂັນ, ມອບລາງວັນປີນີ້ ກໍ່ຕ້ອງໄປພ້ອມກັບເລື່ອງຊີ້ແຈ້ງບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດ ແລະ ໄຈ້ແຍກ, ເຮັດແຈ້ງບັນດາສາຍເຫດ, ບົດຮຽນ, ຜ່ານນັ້ນ ກໍ່ປະຕິບັດບັນດາໜ້າທີ່ຂອງປີຕໍ່ໄປໃຫ້ບັນລຸປະສິດທິຜົນດີກວ່າ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top