• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການຄວບຄຸມໄພເງິນເຟີ້ ແລະ ສະຖຽນລະພາບເສດຖະກິດມະຫາພາກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການຄວບຄຸມໄພເງິນເຟີ້, ສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນຄວາມດຸ່ນດ່ຽງຂະໜາດໃຫຍ່ຂອງພື້ນຖານເສດຖະກິດ.

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:  ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການຄວບຄຸມໄພເງິນເຟີ້, ສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນຄວາມດຸ່ນດ່ຽງຂະໜາດໃຫຍ່ຂອງພື້ນຖານເສດຖະກິດ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ທ່ານນາງ Era Dabla-Norris, ຫົວໜ້າຄະນະຕິດຕາມກວດກາກອງທຶນເງິນຕາສາກົນ (IMF) .

ຕອນບ່າຍວັນທີ 3 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ທ່ານນາງ Era Dabla-Norris, ຫົວໜ້າຄະນະຕິດຕາມກວດກາກອງທຶນເງິນຕາສາກົນ (IMF), ກ່ຽວກັບເສດຖະກິດມະຫາພາກ ແລະ ການເງິນ, ເງິນຕາຂອງບັນດາປະເທດສະມາຊິກ, ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:  ຫວຽດນາມ ຢຶດໝັ້ນກັບເປົ້າໝາຍການຄວບຄຸມໄພເງິນເຟີ້, ສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ ແລະ ຮັບປະກັນຄວາມດຸ່ນດ່ຽງຂະໜາດໃຫຍ່ຂອງພື້ນຖານເສດຖະກິດ; ປະຕິບັດນະໂຍບາຍເງິນຕາຢ່າງລະມັດລະວັງ, ແນ່ນອນ, ຮັບປະກັນຄວາມເປັນເຈົ້າການ, ມີພິບໄຫວ,  ມີປະສິດທິຜົນ; ສ້າງໂຄງປະກອບຄືນໃໝ່ ແລະ ຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບແບບ, ເປີດກ້ວາງບັນດາຕະຫຼາດສົ່ງອອກໃໝ່… ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ IMF ໃຫ້ບູລິມະສິດ ໜູນຊ່ວຍ ຫວຽດນາມ; ເພີ່ມທະວີການເຄື່ອນໄຫວໃຫ້ຄຳປຶກສານະໂຍບາຍໃຫ້ແກ່ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງ ກ່ຽວກັບການບໍລິຫານເສດຖະກິດ, ການຮັບມືກັບສະພາບຄວາມສ່ຽງທີ່ເພີ່ມຂຶ້ນສູງໃນປະຈຸບັນ; ສຶບຕໍ່ສະໜອງບັນດາຫຼັກສູດຝຶກອົບຮົມ, ໜູນຊ່ວຍດ້ານເຕັກນິກໃຫ້ແກ່ຂົງເຂດຄຸ້ມຄອງເສດຖະກິດ; ຕັ້ງໜ້າໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດສີຂຽວ, ຫັນປ່ຽນພະລັງງານ, ຮັບມືກັບຫານປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນດິຈິຕອນ, ການພັດທະນາ ເສດຖະກິດດິຈິຕອນ, ການຄ້າເອເລັກໂຕນິກ…

        ທ່ານນາງ Era Dabla-Norris ໄດ້ຕີລາຄາສູງບັນດານະໂຍບາຍເງິນຕາ, ປີການເງິນຂອງຫວຽດນາມ, ໃນນັ້ນ, ມີນະໂຍບາຍການໜູນຊ່ວຍກ່ຽວກັບພາສີ, ຄ່າໃຊ້ຈ່າຍເພື່ອຫຼຸດການແບກຫາບທີ່ໜັກໜ່ວງ ຂອງບັນດາຄອບຄົວ ແລະ ບັນດາວິສາຫະກິດ; ສະເໜີໃຫ້ ຫວຽດນາມ ຄວນສົມທົບບັນດານະໂຍບາຍມະຫາພາກຢ່າງລະມັດລະວັງ, ຄົບຊຸດ, ເອກະພາບ, ສະເໝີຕົ້ນສະເໝີປາຍ ແລະ ເຮັດໜ້າທີ່ວຽກງານສື່ສານນະໂຍບາຍໃຫ້ເປັນຢ່າງດີ ເພື່ອຄຸ້ມຄອງຄວາມສ່ຽງ, ຫຼຸດຜ່ອນຜົນກະທົບໃນການຄັດເລືອກນະໂຍບາຍ; ຜັນຂະຫຍາຍລາຍການຟື້ນຟູ ແລະ ພັດທະນາໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top