• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມ WEF Davos 54 ແລະ ຢ້ຽມຢາມທາງການ ຮຸງກາຣີ, ຣູມານີ ຢ່າງຈົບງາມ

ໃນສອງມື້ເຮັດວຽກ ດ້ວຍ 30 ການເຄື່ອນໄຫວຢູ່ກອງປະຊຸມ WEF Davos, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ຄວາມສາມັກຄີສາກົນ, ຍົກສູງລັດທິຫຼາຍຝ່າຍ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງອອກຈາກ ຣູມານີ

ຕອນຄ່ຳວັນທີ 22 ມັງກອນ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຣູມານີ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມ WEF Davos 54 (ຢູ່ປະເທດ ສະວິດ) ແລະ ຢ້ຽມຢາມທາງການ ຮຸງກາຣີ, ຣູມານີ ຢ່າງຈົບງາມ.

ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ໃຫ້ຮູ້ວ່າ: ໃນສອງມື້ເຮັດວຽກ ດ້ວຍ 30 ການເຄື່ອນໄຫວຢູ່ກອງປະຊຸມ WEF Davos, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ຄວາມສາມັກຄີສາກົນ, ຍົກສູງລັດທິຫຼາຍຝ່າຍ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຮັບປະກັນຄວາມດຸ່ນດ່ຽງຜົນປະໂຫຍດ ແລະ ຊຸກຍູ້ວິທີສຳຜັດທົ່ວໂລກ, ທົ່ວປວງຊົນ… ພິເສດ, ວາລະປຶກສາຫາລືຍຸດທະສາດລະດັບຊາດ ຫວຽດນາມ ແລະ ວາລະປຶກສາຫາລື “ຫວຽດນາມ: ກຳນົດທິດວິໄສທັດທົ່ວໂລກ”, ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບບັນດາຜົນງານພົ້ນເດັ່ນດ້ານເສດຖະກິດ - ສັງຄົມ, ບັນດາການກຳນົດທິດ, ຍຸດທະສາດການພັດທະນາຂອງປະເທດຊາດ ແລະ ແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຂອງ ຫວຽດນາມ; ບັນດາການປະກອບສ່ວນທີ່ມີຄວາມຮັບຜິດຊອບ, ມີປະສິດທິຜົນຂອງ ຫວຽດນາມ ສຳລັບສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະກ່ວາ 20 ຄັ້ງກັບການນຳປະເທດຕ່າງໆ, ບັນດາອົງການສາກົນ, ບັນດາວິສາຫະກິດແຖວໜ້າເພື່ອແນໃສ່ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືໃນຫຼາຍຂົງເຂດເລິກເຊິ່ງກ່ວາເກົ່າ, ພິເສດແມ່ນການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນ - ວິສາຫະກິດ, ເຕັກໂນໂລຊີ, ຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ສາທາລະນະສຸກ, ຊັບສິນທາງປັນຍາ.

ການຢ້ຽມຢາມ ຮຸງກາຣີ ແລະ ຣູມານີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ການນຳ ຮຸງກາຣີ ແລະ ຣູມານີ ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ ພາກພື້ນ ອາຊີ - ປາຊີຟິກ; ປາດຖະໜາຢາກນຳການພົວພັນສອງຝ່າຍໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ; ສົມທົບກັນແກ້ໄຂບັນດາບັນຫາສາກົນ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top