• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມ 3 ປະເທດຕາເວັນອອກກາງຢ່າງຈົບງາມ

ການຢ້ຽມຢາມມີຄວາມໝາຍສຳຄັນ, ຢືນຢັນຈິນຕະນາການໃໝ່, ວິໄສທັດຍຸດທະສາດໃໝ່, ຄວາມຕັດສິນໃຈສູງຂອງການນຳ ຫວຽດນາມ ໃນເລື່ອງນຳການພົວພັນກັບ 3 ປະເທດຫຼັກແຫຼ່ງຂອງພາກພື້ນເຂດອ່າວກ້າວເຂົ້າສູ່ໄລຍະໃໝ່.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມ 3 ປະເທດຕາເວັນອອກກາງຢ່າງຈົບງາມ (ພາບ: TTXVN)

 ຕອນເຊົ້າວັນທີ 01 ພະຈິກ (ຕາມເວລາທ້ອງຖິ່ນ), ພາຍຫຼັງໄປຢ້ຽມຢາມເຂດອຸດສາຫະກຳ Ras Laffan, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຂຶ້ນຍົນ, ເດີນທາງອອກຈາກ ກາຕາ, ສິ້ນສຸດການຢ້ຽມຢາມ 3 ປະເທດຕາເວັນອອກກາງຢ່າງຈົບງາມ, ແຕ່ວັນທີ 27 ຕຸລາ - 01 ພະຈິກ.

        ການຢ້ຽມຢາມມີຄວາມໝາຍສຳຄັນ, ຢືນຢັນຈິນຕະນາການໃໝ່, ວິໄສທັດຍຸດທະສາດໃໝ່, ຄວາມຕັດສິນໃຈສູງຂອງການນຳ ຫວຽດນາມ ໃນເລື່ອງນຳການພົວພັນກັບ 3 ປະເທດຫຼັກແຫຼ່ງຂອງພາກພື້ນເຂດອ່າວກ້າວເຂົ້າສູ່ໄລຍະໃໝ່, ເຂັ້ມແຂງກວ່າ, ຮອບດ້ານກວ່າ, ມີຄວາມໄວ້ເນື້ອເຊື່ອໃຈຫຼາຍກວ່າ, ດ້ວຍບັນດາໂອກາດເປີດກວ້າງຫຼາຍກວ່າ. ການຢ້ຽມຢາມໄດ້ຍົກລະດັບການພົວພັນລະຫວ່າງ ຫວຽດນາມ ກັບ 3 ປະເທດເວົ້າສະເພາະ, ກັບພາກພື້ນ ຕາເວັນອອກກາງ - ອາຟະລິກາເໜືອເວົ້າລວມ. ເລື່ອງຍົກລະດັບການພົວພັນກັບ UAE ຂຶ້ນເປັນຄູ່ຮ່ວມມືຮອບດ້ານຢ່າງເປັນທາງການນັ້ນ, ໄດ້ເປີດການພັດທະນາໃໝ່ໃຫ້ແກ່ການພົວພັນ 2 ປະເທດ, ເປີດກວ້າງເຄືອຂ່າຍຄູ່ຮ່ວມມືຮອບດ້ານ ຫວຽດນາມ ຂຶ້ນເປັນ 13 ປະເທດ; ພ້ອມກັນນັ້ນ, ເລື່ອງ ຫວຽດນາມ ພ້ອມກັບ ອາຣັບບີ ຊະອຸດີ ແລະ ກາຕາ ເຫັນດີຊຸກຍູ້ການຍົກການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງໂດຍໄວນັ້ນ ໄດ້ສ້າງກຳລັງໜູນພັດທະນາຢ່າງຮອບດ້ານຂອງການພົວພັນມິດຕະພາບ ແລະ ຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ກັບບັນດາປະເທດ, ສ້າງໄມ້ງັດເພື່ອເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືສຳຄັນອື່ນຢູ່ພາກພື້ນຕາເວັນອອກກາງ - ອາຟະລິກາເໜືອ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top