• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາໂຄງການເສັ້ນທາງຄວາມໄວສູງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້

ຕາມແຜນຜັງເຄືອຂ່າຍທາງບົກໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍນາຍົກລັດຖະມົນຕີອະນຸມັດຜ່ານລົງວັນທີ 1 ກັນຍາ 2021
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບອັງເປົາໃຫ້ບັນດາກຳມະກອນ, ຜູ້ອອກແຮງງານປະຕິບັດໂຄງການ  

ຕອນເຊົ້າວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານໄດ້ລົງກວດກາຕົວຈິງສຳລັບໂຄງການເສັ້ນທາງຄວາມໄວສູງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ຢ້ຽມຢາມ, ອວຍພອນປີໃໝ່ກຳມະກອນ, ຜູ້ອອກແຮງງານທີ່ພວມປະຕິບັດໂຄງການ.

ຕາມແຜນຜັງເຄືອຂ່າຍທາງບົກໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍນາຍົກລັດຖະມົນຕີອະນຸມັດຜ່ານລົງວັນທີ 1 ກັນຍາ 2021, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ໄດ້ວາງແຜນຜັງ ເສັ້ນທາງຄວາມໄວສູງ 6 ສາຍ ດ້ວຍຂອບຂະໜາດແຕ່ 4 – 6 ເລນທາງ, ເຊິ່ງລວມມີ: 3 ເສັ້ນທາງຄວາມໄວສູງແກນຕັ້ງດ້ວຍລວງຍາວທັງໝົດ 575 ກມ; 3 ເສັ້ນທາງແກນຂວາງດ້ວຍລວງຍາວທັງໝົດ 590 ກມ.

ເມື່ອກວດກາຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີວ່າ: ຫົວໜ່ວຍກໍ່ສ້າງໂຄງການຈົ່ງນຳໃຊ້ເຕັກໂນໂລຊີດ້ວຍທຸກໆມາດຕະການດ້ານເຕັກນິກສູງສຸດເພື່ອຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ, ແຕ່ຕ້ອງຮັບປະກັນຄຸນນະພາບ, ຄວາມປອດໄພ, ພ້ອມທັງຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟຸມເຟືອຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດ​ຢູ່ນອກກອງ​ປະ​ຊຸມ​ນ້ຳ​ສ​ປ​ຊ

ທີ່ການພົບປະກັບເຈົ້າຊີວິດ ໂຮນລັງ Willem Alexander Claus George Ferdinand, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຫວັງວ່າ ພະບໍລົມວົງສານຸວົງ ແລະ ເຈົ້າຊີວິດເອງ ສືບຕໍ່ສະໜັບສະໜູນຍູ້ແຮງການພົວພັນສອງຝ່າຍຢ່າງຮອບດ້ານ.

Top