• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມາຮອດນະຄອນຫຼວງ Bucharest, ເລີ່ມຕົ້ນການຢ້ຽມຢາມ ຣູມາເນຍ ຢ່າງເປັນທາງການ

ຢູ່ Bucharest, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣູມາເນຍ.
ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣູມາເນຍ

ພາຍຫຼັງສິ້ນສຸດການຢ້ຽມຢາມ ຮູງກາຣີ ຢ່າງເປັນທາງການຢ່າງຈົບງາມ, ຕອນບ່າຍວັນທີ 20 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດນະຄອນຫຼວງ Bucharest, ເລີ່ມຕົ້ນການຢ້ຽມຢາມ ຣູມາເນຍ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຣູມາເນຍ Ion – Marcel Ciolacu.    

ຢູ່ Bucharest, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣູມາເນຍ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຝາກຄຳຢື້ຢາມຖາມຂ່າວ, ຄຳອວຍພອນອັນດີງາມ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣູມາເນຍ ເວົ້າສະເພາະ ແລະ ຢູ່ ເອີລົບ ເວົ້າລວມ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ມານະພະຍາຍາມໜູນຊ່ວຍພໍ່ແມ່ປະຊາຊົນມີຖານະດ້ານກົດໝາຍໜັກແໜ້ນ, ມີຊີວິດການເປັນຢູ່ເປັນປົກກະຕິ, ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ; ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ໝັ້ນຄົງໜັກແໜ້ນ, ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ພໍ່ແມ່ປະຊາຊົນປະກອບສ່ວນຕັ້ງໜ້າໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.      

ໂດຍໄດ້ແຈ້ງບັນດາບັນຫາໃຫຍ່ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນ ແລະ ສະແດງຄວາມຂອບອົກຂອບໃຈ ບັນດາການປະກອບສ່ວນສຳຄັນ, ຕັ້ງໜ້າຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນຜົນສຳເລັດລວມຂອງປະເທດຊາດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ພໍ່ແມ່ປະຊາຊົນ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍພາບພົດອັນດີງາມຂອງປະເທດຊາດ ແລະ ປະຊາຊົນ ຫວຽດນາມ ສຳລັບ ຣູມາເນຍ, ກໍ່ຄືການພົວພັນມິດຕະພາບທີ່ເປັນມູນເຊື້ອ, ດີງາມລະຫວ່າງສອງປະເທດ, ປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top