• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ UAE

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ UAE ເວົ້າສະເພາະ ໃຫ້ແກ່ບ້ານເກີດເມືອງນອນ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ UAE)

ໃນການເຄື່ອນໄຫວຢ້ຽມຢາມ UAE ຢ່າງເປັນທາງການ, ຕອນບ່າຍວັນທີ 27 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ UAE.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ UAE ເວົ້າສະເພາະ ໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດໃນຕະຫຼອດໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ການພົວພັນລະຫວ່າງ ຫວຽດນາມ ແລະ UAE ໃນໄລຍະຜ່ານມາບັນລຸບາດກ້າວຕັ້ງໜ້າຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງ 2 ຈຸດພົ້ນເດັ່ນຂອງການຢ້ຽມຢາມ UAE ໃນຄັ້ງນີ້ແມ່ນເລື່ອງ ຄາດວ່າ 2 ປະເທດຈະຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານຢ່າງເປັນທາງການ ແລະ ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA). ທ່ານໃຫ້ຮູ້ວ່າ, ໃນບັນດາການພົບປະກັບການນຳຂັ້ນສູງ UAE ຈະສະເໜີໃຫ້ຝ່າຍ UAE ສືບຕໍ່ສ້າງເງື່ອນໄຂສະດວກກວ່າເກົ່າໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຄວາມປົກກະຕິ, ຍາວນານຢູ່ UAE.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top