• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ຕາງໜ້າວິສາຫະກິດ, ນັກທຸລະກິດເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ

ພັກ, ລັດ, ລັດຖະບານ ຍາມໃດກໍ່ຊົມເຊີຍ, ຮັບຕ້ອນບັນດານັກທຸລະກິດ ຫວຽດນາມ, ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີຄວາມສຸດຈິດສຸດໃຈໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ຕາງໜ້າວິສາຫະກິດ, ນັກທຸລະກິດເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ

ຕອນເຊົ້າວັນທີ 04 ຕຸລາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າວິສາຫະກິດ, ນັກທຸລະກິດເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ (ຄືວັນທີ 13 ຕຸລາ). ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ພັກ, ລັດ, ລັດຖະບານ ຍາມໃດກໍ່ຊົມເຊີຍ, ຮັບຕ້ອນບັນດານັກທຸລະກິດ ຫວຽດນາມ, ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີຄວາມສຸດຈິດສຸດໃຈໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ, ຍົກສູງກຳລັງຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງ ແລະ ທີ່ຕັ້ງສາກົນຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ການພົບປະນີ້ຈະໄດ້ຮັບຟັງຫຼາຍຄຳເຫັນແບ່ງປັນຢ່າງກົງໄປກົງມາຈາກບັນດາຜູ້ແທນ ເພື່ອໃຫ້ລັດຖະບານ, ນາຍົກລັດຖະມົນຕີມີບ່ອນອີງເພື່ອສ້າງ ແລະ ປະກາດໃຊ້ລັດຖະນະໂຍບາຍລຸລ່ວງດ້ານແຫຼ່ງກຳລັງ, ສ້າງເງື່ອນໄຂເປັນຢ່າງດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ພັດທະນາ, ປະກອບສ່ວນຫຼາຍກວ່າອີກເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມ.

        ເພື່ອປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໄດ້ວາງອອກໃນປີນີ້ຢ່າງສູງສຸດ, ສ້າງປະຖົມປັດໃຈພັດທະນາໃຫ້ຊຸມປີຕໍ່ໆໄປ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ທີ 1 ແມ່ນ, ສ້າງສະພາບແວດລ້ອມດຳເນີນທຸລະກິດສະດວກສະບາຍ, ແກ່ງແຍ້ງສະເໝີພາບ, ປອດໃສລະຫວ່າງບັນດາພາກສ່ວນເສດຖະກິດ. ທີ 2 ແມ່ນ, ພັດທະນາພື້ນຖານໂຄງລ່າງຍຸດທະສາດຢ່າງຄົບຊຸດ. ທີ 3 ແມ່ນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃຫ້ແກ່ ຫວຽດນາມ ເວົ້າລວມ ແລະ ວິສາຫະກິດ, ນັກທຸລະກິດເວົ້າສະເພາະ. ທີ 4 ແມ່ນ, ສ້າງສຳເລັດຮູບແບບຄຸ້ມຄອງວິສາຫະກິດ, ນັກທຸລະກິດທັນສະໄໝ, ລະດົມທຸກແຫຼ່ງກຳລັງຂອງສັງຄົມໃຫ້ແກ່ການພັດທະນາປະເທດຊາດ…”

        ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ກຳລັງນັກທຸລະກິດ, ວິສາຫະກິດ ຫວຽດນາມ ສືບຕໍ່ນຳໜ້າໃນພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມ, ເພື່ອຜົນປະໂຫຍດຂອງຊາດ, ເພື່ອຄວາມເຂັ້ມແຂງ, ວັດທະນາຖາວອນຂອງປະເທດຊາດ ແລະ ເພື່ອຄວາມຜາສຸກຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup.

Top