• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ

ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງເລື່ອງ ສປປ.ເກົາຫຼີ ຈັດສົ່ງນັກການທູດມີປະສົບການຫຼາຍຢ່າງ ມາດຳລົງຕຳແໜ່ງເອກອັກຄະລັດຖະທູດປະຈຳ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ Ri Sung Guk (ພາບ: VGP)

ຕອນບ່າຍວັນທີ 21 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ Ri Sung Guk ເຂົ້າຢ້ຽມຂ່ຳນັບ, ເນື່ອງໃນໂອກາດເລີ່ມຕົ້ນການປະຕິບັດງານຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງເລື່ອງ ສປປ.ເກົາຫຼີ ຈັດສົ່ງນັກການທູດມີປະສົບການຫຼາຍຢ່າງ ມາດຳລົງຕຳແໜ່ງເອກອັກຄະລັດຖະທູດປະຈຳ ຫວຽດນາມ, ຜ່ານນັ້ນ, ສະແດງໃຫ້ເຫັນການຖືການພົວພັນຮ່ວມມືລະຫວ່າງ 2 ປະເທດເປັນສຳຄັນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ, ໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ Ri Sung Guk ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ; ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025; ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ; ຕັ້ງໜ້າເປີດກວ້າງການພົບປະແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວັດທະນະທຳ, ສິລະປະ, ກິລາ ແລະ ພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ Ri Sung Guk ຢືນຢັນວ່າ, ເລື່ອງສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່າ ແມ່ນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ສປປ.ເກົາຫຼີ; ທ່ານຢືນຢັນວ່າ ໃນອາຍຸການປະຕິບັດງານຂອງຕົນຢູ່ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອປະກອບສ່ວນຊຸກຍູ້ການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າ 2 ປະເທດ ສປປ.ເກົາຫຼີ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ນິວຢອກ ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ຊູດທີ 79

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ນິວຢອກ ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ຊູດທີ 79

ສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ໄດ້ເຕົ້າໂຮມການນຳສາກົນເປັນຈຳນວນຫຼາຍ ເພື່ອພ້ອມກັນປຶກສາຫາລື, ວາງແຜນກຳນົດໃນການພັດທະນາຂອງໂລກໃນອະນາຄົດ.

Top